ຫວຽດນາມຊ່ວຍລາວຍົກສູງລະບົບສາທາລະນະສຸກຢູ່ລາວ
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ -  
(ພິທີວາງສີລາລຶກໂຄງການລົງມືກໍ່ສ້າງໂຮງໝໍມິດຕະພາບ
ຫວຽດນາມ - ລາວ ຢູ່ແຂວງຫົວພັນ)
(vovworld) – ວັນທີ 03/01, ຄະນະກຳມະການປະຊາຊົນແຂວງແທງຮ໋ວາ, ຫວຽດນາມ ແລະ ແຂວງຫົວພັນ, ລາວ ໄດ້ຈັດພິທີວາງສີລາລຶກໂຄງການລົງມືກໍ່ສ້າງໂຮງໝໍມິດຕະພາບຫວຽດນາມ - ລາວ ຢູ່ແຂວງຫົວພັນ. ເຂົ້າຮ່ວມພິທີ, ມີທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ, ປະທານຄະນະກຳມະການຮ່ວມມືລາວ - ຫວຽດນາມ; ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໋ຢຸງ, ຮອງປະທານຄະນະກຳມະການຮ່ວມມືຫວຽດນາມ - ລາວ ພ້ອມກັບຜູ້ຕາງໜ້າກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນລາວ, ແຂວງຫົວພັນ ແລະ ແຂວງແທງຮ໋ວາ. ໂຄງການກໍ່ສ້າງໂຮງໝໍມິດຕະພາບແຂວງຫົວພັນ ໂດຍຄະນະກຳມະການປະຊາຊົນແຂວງແທງຮ໋ວາ ເປັນເຈົ້າຂອງລົງທຶນ ດ້ວຍມູນຄ່າກໍ່ສ້າງປະມານ 20 ລ້ານ USD, ມີມາດຖານ 200 ຕຽງ, ອຸປະກອນການແພດທີ່ທັນສະໄໝ. ໂຄງການໄດ້ຮັບການຜັນຂະຫຍາຍຢູ່ບ້ານ ມີສຸກ, ເມືອງຊຳເໜືອ, ຈະສຳເລັດໃນປີ 2018.
ແລະກໍ່ທີ່ພິທີວາງສີລາລຶກ, ແຂວງແທງຮ໋ວາ ໄດ້ມອບໃຫ້ແຂວງຫົວພັນ 200 ລ້ານດົ່ງ ຮັບໃຊ້ໃຫ້ແກ່ວຽກງານຮັບປະກັນຊີວິດສັງຄົມໃນບໍລິເວນແຂວງ.
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ