ຫວຽດນາມຍົກລະດັບການກ່າວເຕືອນສຳລັບການເຄື່ອນໄຫວປ້ອງກັນ,ຕ້ານພະຍາດໄວຣັດຊິກາ
(ພາບປະກອບ)
(vovworld) - ໃນແຈ້ງການຂອງອົງການສະໜອງຂໍ້ມູນກົດລະບຽບສາທາລະນະສຸກຂອງອົງການອະນາໄມໂລກ (WHO) ທີ່ສົ່ງເຖິງບັນດາອົງການສະໜອງຂໍ້ມູນແຫ່ງຊາດປະຕິບັດກົດບະບຽບສາທາລະນະສຸກສາກົນ (IHR) ຂອງຫວຽດນາມ ໃນວັນທີ 23/03 ໃຫ້ຮູ້ວ່າ, ອົດສະຕາລີ ຫາກໍຢັ້ງຢືນກໍລະນີຕິດເຊື້ອໄວຣັດຊິກາ (Zika) ພາຍຫຼັງທີ່ກັບເມືອຈາກຫວຽດນາມ. ຄົນຜູ້ນີ້ມີອາການຂອງເຊື້ອໄວຣັດຊິກາຄື: ເປັນໄຂ້, ອອກຕຸ່ມ, ເຈັບຫົວ, ເຈັບຕາມຕົນໂຕ, ອັກເສບທມ່ານຕາ, ຮູ້ສຶກປວດຮາກ… ໃນໄລຍະຢູ່ຢ້ຽມຢາມຫວຽດນາມ ແຕ່ວັນທີ 26/02 – 06/03, ຜູ້ກ່ຽວໄດ້ໄປນະຄອນໂຮ່ຈິມິນ, ເລີມດົ່ງ, ແຄ໋ງຮ່ວາ ແລະ ບິ່ງທ້ວນ. ພາຍຫຼັງທີ່ໄດ້ຮັບຂໍ້ມູນ, ກະຊວງສາທາລະນະສຸກ ໄດ້ສ້າງແຕ່ງຄະນະປະຕິບັດງານຢູ່ບັນດາແຂວງ ແຄ໋ງຮ່ວາ, ບິ່ງທ້ວນ ເພື່ອເຮັດວຽກກັບຄະນະກຳມະການປະຊາຊົນ ແລະ ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ, ຊີ້ນຳວຽກງານການຕິດຕາມກວດກາໂດຍກົງ, ຢັ້ງຢືນ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວປ້ອງກັນ, ຕ້ານເຊື້ອໄວຣັດຊິກາ ຢູ່ຫວຽດນາມ… ມາຮອດປະຈຸບັນ, ຍັງບໍ່ທັນມີຂໍ້ມູນຄົບຖ້ວນ, ສະນັ້ນຍັງບໍ່ທັນຢັ້ງຢືນໄດ້ວ່າ ຄົນຜູ້ນັ້ນຖືກຕິດເຊື້ອພະຍາດໄວຣັດຊິກາ ກ່ອນທີ່ມາຫວຽດນາມ ຫຼື ພາຍຫຼັງທີ່ເດີນທາງອອກຈາກຫວຽດນາມ. ກະຊວງສາທາລະນະສຸກຈະສືບຕໍ່ເຮັດແຈ້ງບັນດາຂໍ້ມູນທີ່ກ່ຽວຂ້ອງ ແລະ ຜັນຂະຫຍາຍການຕິດຕາມກວດກາເຊື້ອພະຍາດວ່າໄວຣັດຊິກາ ປະກົດຕົວຢູ່ຫວຽດນາມ ແທ້ ຫຼື ບໍ່.