ຫວຽດນາມຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ,ມີຄວາມຮັບຜິດຂອງສະຫະປະຊາຊາດ
ທ່ານຫງວຽນທ້ຽນເຢີນ ຕ້ອນຮັບ ທ່ານນາງ Pratibha Mehta
(vovworld)- ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດ ຂອງສະຫະປະຊາຊາດ ນັ້ນແມ່ນຄຳຢືນຢັນ ຂອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຢີນ ໃນການຕ້ອນຮັບ ທ່ານ ນາງ Pratibha Mehta ຜູ້ປະສານງານປະຈຳ ຂອງສະຫະປະຊາຊາດ ໃນວັນທີ 18/10, ຢູ່ຮ່າໂນຍ. ເນື່ອງໃນໂອກາດ ທີ່ ທ່ານ ນາງ ສີ້ນສຸດອາຍຸການປະຕິບັດງານ ຢູ່ຫວຽດນາມ. ທ່ານ ຫງວຽນທ້ຽນເຢີນ ຕີລາຄາສູງ ທ່ານ ນາງ Pratibha Mehta ໃນບົດບາດເປັນຜູ້ປະສານງານ ປະຈຳຂອງສະຫະປະຊາຊາດ ໃນ 5 ປີຜ່ານມາ ໄດ້ມີການເຄື່ອນໄຫວ ມີຂໍ້ລິເລີ່ມໜູນຊ່ວຍ ຫວຽດນາມ ຫຼາຍຢ່າງ ໃນຫຼາຍຂົງເຂດ. ທ່ານ ຫງວຽນທ້ຽນເຢີນ ປາດຖະໜາວ່າ: ທ່ານ ນາງ Pratibha Mehta ດ້ວຍຖານະຕຳແໜ່ງ ວຽກງານໃໝ່ຈະສືບຕໍ່ ມີບັນດາຂໍ້ລິເລີ່ມຮ່ວມມືກັບຫວຽດນາມ ໃນການແລກປ່ຽນບົດຮຽນ ກ່ຽວກັບການເສີມຂະຫຍາຍ ປະຊາທິປະໄຕ, ປຸກລະດົມການເຂົ້າຮ່ວມຂອງລຸ່ນໜຸ່ມ ໃນການສ້າງສາປະເທດຊາດ.
ສ່ວນ ທ່ານ ນາງ Pratibha Mehta ກໍ່ໄດ້ສະແດງຄວາມປະທັບໃຈ ຕໍ່ການພັດທະນາ, ປ່ຽນແປງໃໝ່ ຂອງຫວຽດນາມ ໃນຕະຫຼອດອາຍຸການປະຕິບັດງານຂອງຕົນ. ທ່ານ ນາງ Pratibha Mehta ປາດຖະໜາວ່າ: ຜູ້ສືບທອດບົດບາດ ຜູ້ປະສານງານປະຈຳ ຂອງສະຫະປະຊາຊາດ ຢູ່ຫວຽດນາມ ຈະສືບຕໍ່ມີບັນດາການປະກອບສ່ວນ, ແບ່ງປັນບົດຮຽນ, ຊ່ວຍເຫຼືອຫວຽດນາມ ພັດທະນາໃນຫຼາຍຂົງເຂດ.