ຫວຽດນາມປາດຖະໜາວ່າບັນດານັກລົງທຶນຕ່າງປະເທດແບ່ງປັນບົດຮຽນໃນການກໍ່ສ້າງບັນດາເຂດເສດຖະກິດພິເສດ
ເຂດເສດຖະກິດພິເສດ ບັກເວີນຟອງ
(ພາບປະກອບ)
|
(vovworld) – ຕອນບ່າຍວັນທີ 9/2, ຢູ່ ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບຄະນະນັກລົງທຶນຕ່າງປະເທດ ແລະ ການນຳແຂວງ ແຄ໋ງຮ່ວາ ກ່ຽວກັບການສ້າງແຜນຮ່າງ, ຮຽກຮ້ອງການລົງທຶນພັດທະນາເຂດເສດຖະກິດພິເສດ ບັກເວີນຟອງ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ: ລັດຖະທຳມະນູນ ສສ ຫວຽດນາມ ໄດ້ກຳນົດກ່ຽວກັບເຂດເສດຖະກິດພິເສດ - ແມ່ນຫົວໜ່ວຍບໍລິຫານເສດຖະກິດພິເສດ. ປະຈຸບັນ, ຫວຽດນາມ ພວມມີແຜນນະໂຍບາຍກໍ່ສ້າງ 3 ເຂດເສດຖະກິດພິເສດຢູ່ 3 ພາກ, ໃນນັ້ນມີເຂດເສດຖະກິດພິເສດ ບັກເວີນຟອງ (ແຂວງ ແຄ໋ງຮ່ວາ). ທ່ານນາງຮອງປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ: ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ບັນດານັກລົງທຶນຕ່າງປະເທດ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດທຳມາຫາກິນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ, ພ້ອມທັງປາດຖະໜາວ່າບັນດານັກລົງທຶນຕ່າງປະເທດຈະແບ່ງປັນບົດຮຽນກັບ ຫວຽດນາມ ໃນການກໍ່ສ້າງບັນດາເຂດເສດຖະກິດພິເສດ.
ທ່ານ John Burton, ອະດີດນາຍົກລັດຖະມົນຕີ Ireland, ຫົວໜ້າຄະນະນັກລົງທຶນຕ່າງປະເທດ, ຢັ້ງຢືນຈະສືບຕໍ່ແລກປ່ຽນ ແລະ ແບ່ງປັນກັບ ຫວຽດນາມ ບັນດາບົດຮຽນໃນການກໍ່ສ້າງເຂດເສດຖະກິດພິເສດໃນໄລຍະຈະມາເຖິງ, ໃຫ້ຄຳໝັ້ນສັນຍາພ້ອມກັບແຂວງ ແຄ໋ງຮ່ວາ ສຸມໃສ່ຄົ້ນຄ້ວາ ແລະ ກໍ່ສ້າງແຜນຮ່າງເຂດເສດຖະກິດບັກເວີນຟອງ.