ຫວຽດນາມຢັ້ງຢືນອີກເທື່ອໜຶ່ງອະທິປະໄຕທີ່ມີຕໍ່ໝູ່ເກາະເຈື່ອງຊາແລະຮ່ວາງຊາ
ທ່ານ ເລຫາຍບິ່ງ
|
(vovworld) – ວັນທີ 16/4, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການປະຊຸມຂ່າວປະກາດການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຈຳນວນໜື່ງຂອງບັນດາການນຳພັກ, ລັດ ໃນໄລຍະຈະມາເຖິງ. ທີ່ການປະຊຸມຂ່າວ, ເມື່ອຕອບສຳພາດຄຳຖາມຂອງນັກຂ່າວກ່ຽວກັບທັດສະນະຂອງ ຫວຽດນາມ ຕໍ່ໜ້າເຫດການວັນທີ 9/4/2015, ໂຄສົກກະຊວງການຕ່າງປະເທດ ຈີນ ຖະແຫຼງຈະບຸລະນະ ແລະ ກໍ່ສ້າງຫາດຫີນໃຕ້ນ້ຳຢູ່ໝູ່ເກາະເຈື່ອງຊາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ, ຢັ້ງຢືນວ່າ:
“ກ່ຽວກັບບັນຫານີ້, ຫວຽດນາມ ໄດ້ພົວພັນກັບຝ່າຍຈີນ ນັບທັງຂັ້ນສູງອີກດ້ວຍ. ອີກເທື່ອໜຶ່ງພວກຂ້າພະເຈົ້າຖະແຫຼງວ່າ: ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກຳ ແລະ ພະຍານຫຼັກຖານດ້ານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ໝຸ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ທຸກໆການເຄື່ອນໄຫວກໍ່ສ້າງ, ເປີດກ້ວາງບັນດາເກາະຫີນຂຶ້ນກັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງຕ່າງປະເທດ ເຊິ່ງບໍ່ໄດ້ຮັບອະນຸຍາດຂອງລັດຖະບານ ຫວຽດນາມ ແມ່ນລະເມີດກົດໝາຍ ແລະ ບໍ່ມີຄຸນຄ່າ. ຫວຽດນາມ ເດັດດຽວຄັດຄ້ານບັນດາການກະທຳດັ່ງກ່າວ ແລະ ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍ (DOC) ຢ່າງເຂັ້ມງວດ, ປະກອບສ່ວນແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ”