ຫວຽດນາມວາງຄາດໝາຍການເຕີບໂຕເສດຖະກິດ5ປີຈະມາເຖິງບັນລຸ6,5-7%/ປີ

ຫວຽດນາມວາງຄາດໝາຍການເຕີບໂຕເສດຖະກິດ5ປີຈະມາເຖິງບັນລຸ6,5-7%/ປີ - ảnh 1
ພາບ: quochoi

(vovworld)- ​​ຕອນ​ເຊົ້າ​ວັນ​ທີ 7/3, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ຫງວຽນ​ຊີງ​ຮຸ່ງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດໄດ້​ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 46, ຮັບ​ຟັງ​ບົດ​ລາຍ​ງານ​ຕີລາ​ຄາ​ເພີ່ມ​ເຕີມ​ໝາກ​ຜົນ​ການ​ປ​ະ​ຕິ​ບັດ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ງົບ​ປະ​ມານ​ແຫ່ງ​ລັດ​ປີ 2015, ໝາກ​ຜົນ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ 2011-2015, ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ແຜນ​ການ​ເງິນ, ການ​ລົງ​ທຶນ​ຂອງ​ລັດ ແລະ ແຜນ​ນຳ​ໃຊ້​ທີ່​ດິນ 5 ປີ 2016-2020. ໃນ​ບົດ​ລາຍ​ງານ, ທ່ານ ບູ່ຍກວາງວີງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໃຫ້​ຮູ້​ວ່າ:  ​ໄລ​ຍະ 5 ປີ ຜ່ານ​ມາ, ໃນ 26 ຄາດ​ໝາຍຕົ້ນ​ຕໍ​ກ່ຽວ​ກັບ​ເສດ​ຖະ​ກິດ, ສັງ​ຄົມ, ສິ່ງ​ແວດ​ລ້ອມ​ໂດຍ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ, ມີ 16 ຄາດ​ໝາຍ ບັນ​ລຸ​ໄດ້ ແລະ ລື່ນ​ກາຍ​ແຜນ​ການ​ວາງ​ອອກ. ໄພ​ເງິນ​ເຟີ້​ໄດ​້​ຮັບ​ການ​ຄວ​ບ​ຄຸມ, ​ລະ​ດັບ​ເພີ່ມ​ຂອງລາ​ຄາ​ໃຊ້​ສອຍກໍ​ຫລຸດ​ລົງ ແຕ່ 18,13% ໃນ​ປີ 2011 ລົງ​ເຫລືອ​ພຽງ 0,6% ໃນ​ປີ 2015, ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້​ຮັບ​ການ​ຮັກ​ສາ​ເປັນ​ປົກ​ກະ​ຕິ. ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຮັກ​ສາ​ຢູ່​ໃນ​ລະ​ດັບ​ເໝາະ​ສົມ. ບົດ​ລາຍ​ງານ​ກໍ​ຍົກ​ອອກ​ບັນ​ດາ​ທັດ​ສະ​ນະ​ພັດ​ທະ​ນາ, ຄາດ​ໝາຍ, ຈຸດ​ໝາຍ ແລະ ຂອດ​ບຸກ​ທະ​ລຸ, ການ​ດຸ່ນ​ດ່ຽງ​ໃຫຍ່, ບັນ​ດາ​ຫນ້າ​ທີ່, ມາດ​ຕະ​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແຫນງ, ຂົງ​ເຂດ ແລະ ອົງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ ໄລ​ຍະ 5 ປີ​ຈະ​ມາ​ເຖິງ. ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ ດີງ​ຕຽນ​ຢູ​ງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ສະ​ເຫນີ​ບົດ​ລາຍ​ງານ​ຕີ​ລາ​ຄາ​ເພີ່ມ​ເຕີມ​ສະ​ພາບ​ປະ​ຕິ​ບັດ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2015, ແຜນ​ການ​ການ​ເງິນ 5 ປີ ຄື​ແຕ່​ປີ 2016-2020.

 

ຂ່າວ/ບົດ​ອື່ນ