ຫວຽດນາມ-ສິງປະໂປ ເຊື່ອມຕໍ່ການດຳເນີນທຸລະກິດ

ຫວຽດນາມ-ສິງປະໂປ ເຊື່ອມຕໍ່ການດຳເນີນທຸລະກິດ - ảnh 1
(ພາບ:
dantri.com.vn)

(vovworld)-  ຜູ້ຕາງໜ້າ​ຂອງ​ວິ​ສາ​ຫະກິດ 50 ​ແຫ່ງ ພ້ອມ​ກັບ​ຜູ້​ຊ່ຽວຊານ​ຫວຽດນາມ ​ແລະ ສິງກະ​ໂປກ່ວາ 100 ທ່ານ ​ໄດ້​ເຂົ້າຮ່ວມ​ເຫດການ “​ການເຊື່ອມ​ຕໍ່​ການ​ດຳ​ເນີນ​ທຸລະ​ກິດ 2.0“ ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ ເມື່ອ​ວັນ​ທີ 27/7. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ເຫດການ, ທ່ານ​ເຈິ່ນຫາຍ​ເຮົ້າ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສິງກະ​ໂປ ຖື​ວ່າ: “​ການເຊື່ອມ​ຕໍ່​ການ​ດຳ​ເນີນ​ທຸລະ​ກິດ 2.0“ ​ແມ່ນ​ຂໍ້​ລິ​ເລີ່​ມທີ່​ດີ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະຫິດ​ຫວຽດນາມ ສາມາ​ດ​ຮ່ວມ​ມື​ກັບ​ບັນດາ​ກອງ​ທຶນ​ລົງທຶນ​ເອກະ​ຊົນ ​ແລະ ກອງ​ທຶນ​ການ​ເງິນ​ສິງກະ​ໂປ.

  ​ໃນ​ຂອບ​ເຂດ “ການເຊື່ອມ​ຕໍ່​ການ​ດຳ​ເນີນ​ທຸລະ​ກິດ 2.0“, ​ໄດ້​ຈັດ​ໃຫ້​ມີ​ການ​ພົບ​ປະ​ກ່ວາ 20 ຄັ້ງລະຫວ່າງ​ຫວຽດນາມ ​ແລະ ສິງກະ​ໂປ, ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ເມື່ອ​ລົງທຶນ​ເຂົ້າບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ໜ້ອຍ​ຂອງ​ຫວຽດນາມ, ການ​ແນະ​ນຳ​ການ​ລົງທຶນ​ເຂົ້າຫວຽດນາມ, ນະ​ໂຍບາຍ​ຂອງ​ສິງກະ​ໂປ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ບໍລິສັດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ….

 

 

 

 

ຂ່າວ/ບົດ​ອື່ນ