ຫວຽດນາມສ້າງຄວາມສະດວກໃຫ້ວົງການນັກລົງທຶນຕ່າງປະເທດໃນຂົງເຂດນ້ຳມັນອາຍແກັສ
ຫວຽດນາມ ສ້າງຄວາມສະດວກໃຫ້ວົງການນັກລົງ
ທຶນຕ່າງປະເທດໃນຂົງເຂດນ້ຳມັນອາຍແກັສ
(ພາບປະກອບ)
(vovworld) - ວັນທີ 19/9, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນລັດເຊຍ, ທ່ານ ຈີ້ງດີ່ງຢູງ ຮອງນາຍົກລັດຖະມົນຕີ ແລະ ຄະນະປະຕິບັດງານລັດຖະບານ ຫວຽດນາມ ໄດ້ໄປຢ້ຽມຢາມ, ເຮັດວຽກກັບ ບໍລິສັດນ້ຳມັນອາຍແກັສ Zarubezhneft. ນີ້ແມ່ນໜຶ່ງໃນບັນດາບໍລິສັດນ້ຳມັນອາຍແກັສພົ້ນທະເລແຖວໜ້າຂອງ ສະຫະພັນລັດເຊຍ ທັງແມ່ນຄູ່ຮ່ວມມືຍຸດທະສາດທີ່ເປັນມູນເຊື້ອມາແຕ່ດົນນານຂອງ ກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີ່ງຢູງ ໄດ້ຕີລາຄາສູງການພົວພັນຮ່ວມມືນັບມື້ນັບເລິກເຊິ່ງກ້ວາງຂວາງ ລະຫວ່າງ Petrovietnam ແລະ Zarubezhneft ໃນໄລຍະຜ່ານມາດ້ວຍສັນຍາລັກແມ່ນໂຮງງານຮ່ວມທຸລະກິດ Vietsopetro ແລະ ບໍລິສັດຮ່ວມທຸລະກິດ Rusvietpetro. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຄວາມຄຳໝັ້ນສັນຍາ ຂອງ ລັດຖະບານຫວຽດນາມ ກ່ຽວກັບການສ້າງຄວາມສະດວກໃຫ້ບັນດານັກລົງທຶນຕ່າງປະເທດໃນຂົງເຂດນ້ຳມັນອາຍແກັສ, ໃນນັ້ນມີ Zarubezhneft ແລະ ບັນດາບໍລິສັດອື່ນໆ ຂອງສະຫະພັນລັດເຊຍ. ກ່ອນໜ້ານັ້ນ, ຕອນບ່າຍວັນທີ 18/9, ທ່ານ ຈີ້ງດີ່ງຢູງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ “ນັກທຸລະກິດຊາວຫວຽດນາມຢູ່ສະຫະພັນລັດເຊຍ - ແງ່ຫວັງຮ່ວມມື ຫວຽດນາມ - ສະຫະພັນລັດເຊຍ ໃນສະພາບການທີ່ສັນຍາການຄ້າເສລິ ຫວຽດນາມ - ພັນທະມິດເສດຖະກິດ ອາຊີ - ເອີລົບ (FTA ຫວຽດນາມ - EAEU) ມີຜົນສັກສິດເຊິ່ງໄດ້ຈັດຕັ້ງ” ຢູ່ອົງການການຄ້າ ຮ່າໂນ້ຍ - ມົດສະກູ