ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ APEC ກ່ຽວກັບບັນດາ ບັນຫາມະຫາສະໝຸດ
ກອງປະຊຸມຂັ້ນລັດຖະມົນຕີ ອົງການຮ່ວມມື
ເສດຖະກິດອາຊີ - ປາຊີຟິກ (APEC) ຄັ້ງທີ 4
(ພາບ: TTXVN)
(vovworld) – ວັນທີ 28/08, ຢູ່ນະຄອນ ເຊຍແມນ, ແຂວງ ຟຸ໋ຈ໋ຽນ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວູວັນຕ໋າມ ໄດ້ເຂົ້້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ອົງການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ຄັ້ງທີ 4 ກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງມະຫາສະໝຸດ. ກອງປະຊຸມມີການເຂົ້າຮ່ວມຂອງບັນດາລັດຖະມົນຕີ ແລະ ຂັ້ນທຽບເທົ່າຂອງ 19 ໃນຈຳນວນ 21 ພື້ນຖານເສດຖະກິດສະມາຊິກ APEC. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫວູວັນຕ໋າມ ຊີ້ແຈ້ງວ່າ ການຮ່ວມມືທະເລ ແລະ ມະຫາສະໝຸດຕ້ອງປະກອບສ່ວນເຂົ້າໃນການຮັບປະກັນຈຸດໝາຍລວມຂອງ APEC ກ່ຽວກັບການພັດທະນາເສດຖະກິດ ແລະ ຈະເລີນຮຸ່ງເຮືອງ, ຮັກສາສັນຕິພາບ, ສະຖຽນລະພາບບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະ ກັນ, ເຄົາລົບກົດໝາຍສາກົນ ແລະ ບັນດາຫຼັກການປະພຶດຕໍ່ລວມ, ພ້ອມທັງໄດ້ເນັ້ນໜັກວ່າ ຂົງເຂດກູ້ໄພກູ້ຊີບບົນທະເລກໍ່ແມ່ນເນື້ອໃນບຸລິມະສິດຮ່ວມມືໃນ APEC. ທ່ານຮອງລັດຖະມົນຕີກໍ່ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນເລື່ອງຕັ້ງໜ້າເປັນເຈົ້າການຜັນຂະຫຍາຍບັນດາກົນໄກຮ່ວມມືເພື່ອແນໃສ່ແລກປ່ຽນຂໍ້ມູນໃນການກູ້ໄພກູ້ຊີບບົນທະເລ, ພິເສດແມ່ນການສ້າງໂທລະສັບສາຍດ່ວນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ໃນພາກພື້ນເພື່ອກູ້ໄພກູ້ຊີບໃຫ້ຊາວປະມົງ.