ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງທົ່ວໂລກGujarat Vibrant ຢູ່ ອິນເດຍ
ຄະນະປະຕິບັດງານ ຫວຽດນາມເຂົ້າຮ່ວມລາຍການໂຕະມົນ
(ພາບອິນເຕີແນັດ)
(vovworld) - ກອງປະຊຸມຂັ້ນສູງທົ່ວໂລກ Gujarat Vibrant ໄດ້ດຳເນີນໃນລະຫວ່າງວັນທີ 10 – 13/01 ຢູ່ ອິນເດຍ ດ້ວຍຄາດໝາຍຈຸດສຸມແມ່ນ “ພັດທະນາເສດຖະກິດ ແລະ ສັງຄົມຢ່າງໝັ້ນຄົງ”. ກອງປະຊຸມຄັ້ງທີ 8 ນີ້ ມີການເຂົ້າຮ່ວມຂອງປະມຸກລັດ ແລະ ການນຳລັດຖະບານ, ບັນດາການນຳທີ່ມາຈາກບັນດາກຸ່ມບໍລິສັດຕ່າງໆໃນໂລກ, ບັນດານັກວາງແຜນນະໂຍບາຍ, ບັນດາຫົວໜ້າສະຖາບັນສາກົນໃນທົ່ວໂລກ ເພື່ອແນໃສ່ຊຸກຍູ້ການພັດທະນາ ແລະ ການຮ່ວມມື. ຄະນະປະຕິບັດງານ ຫວຽດນາມ ໂດຍທ່ານ ກາວກວກຮືງ ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ນຳໜ້າເຂົ້າຮ່ວມກອງປະຊຸມ ແລະ ເຂົ້າຮ່ວມລາຍການໂຕະມົນ ດ້ວຍການເຂົ້າຮ່ວມຂອງບັນດາຫົວໜ້າຄະນະປະຕິບັດງານ ແລະ ຜູ້ອຳນວຍການໃຫຍ່ ບັນດາກຸ່ມບໍລິສັດໃຫຍ່ ອິນເດຍ ແລະ ສາກົນ. ໃນຂອບເຂດກອງປະຊຸມ, ທ່ານ ກາວກວກຮືງ ມີການເຮັດວຽກກັບ Infrastructure Leasing ແລະ Financial Services Limited (IL & FS) ເຊິ່ງແມ່ນກຸ່ມບໍລິສັດລົງທຶນກ່ຽວກັບພື້ນຖານໂຄງລ່າງ ແລະ ໄດ້ລົງທຶນເຂົ້າໂຄງການເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫາຍຟ່ອງ, ຢ້ຽມຢາມ Gift City ນະຄອນສະຫລາດແຫ່ງທຳອິດຂອງ ອິນເດຍ, ເຮັດວຽກກັບກະຊວງເຫຼັກກ້າ, ກະຊວງພະລັງງານຂອງ ອິນເດຍ.