![ຫວຽດນາມເຂົ້າຮ່ວມເວທີປາໄສປ້ອງກັນຊາດອາເມລິກາ-ອາຊຽນຢູ່Hawaii - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_04_02/5.jpg)
ທ່ານ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
photo:internet
|
(vovworld)- ທ່ານ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສປ້ອງກັນຊາດລະຫວ່າງ ອາເມລິກາ ແລະ ບັນດາປະເທດສະມາຊິກ ອາຊຽນ ຊື່ງດຳເນີນໄປຢູ່ Honolulu, Hawaii ແຕ່ວັນທີ 1-3/4. ຕາມແຈ້ງການຂອງກະຊວງປ້ອງກັນປະເທດ ອາເມລິກາ ແລ້ວ, ເວທີປາໄສປ້ອງກັນຊາດ ອາເມລິກາ - ອາຊຽນ ແມ່ນໂອກາດເພືອ່ໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງ 10 ປະເທດ ອາຊຽນ ພ້ອມກັນແລກປ່ຽນ ແລະ ແບ່ງປັນທັດສະນະກ່ຽວກັບອະນາຄົດທີ່ປອດໄພ, ຂະຫຍັນຂັນເຄື່ອນ ແລະ ສັນຕິພາບໃຫ້ແກ່ພາກພື້ນ ອາຊີ - ປາຊີຟີກເວົ້າລວມ ແລະ ອາຊີຕາເວັນອອກສຽງໃຕ້ເວົ້າສະເພາະ.