(ພາບ:vietnamplus.vn)
(vovworld)- ວັນທີ 1/7, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 46 (AMM 46) ຢູ່ບຣູໄນ, ໄດ້ຈັດໃຫ້ມີກອງປະຊຸມລັດຖະມົນຕີການຕ່າງປະເທດເຂດລຸ່ມແມ່ນ້ຳຂອງ-ອາເມລິກາ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດເຂດລຸ່ມແມ່ນ້ຳຂອງ ແລະ ບັນດາເພື່ອນມິດ. ທ່ານລັດຖະມົນຕີການຕ່າງປະເທດຟ້າມບິງມິງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມນີ້. ດ້ວຍຫົວເລື່ອງ “ກາລະໂອກາດ ແລະ ສິ່ງທ້າທາຍກ່ຽວກັບການເຊື່ອມຈອດ ແລະ ສິ່ງແວດລ້ອມ” ນັ້ນ, ກອງປະຊຸມລັດຖະມົນຕີການຕ່າງປະເທດເຂດລຸ່ມແມ່ນ້ຳຂອງ-ອາເມລິກາ (LMI) ໄດ້ສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍພັດທະນາໃນພາກພື້ນ ແລະ ຄວາມຕ້ອງການຮ່ວມມືໜູນຊ່ວຍບັນດາປະເທດແມ່ນ້ຳຂອງໃນການຮັດແຄບຊ່ອງຫວ່າງແຫ່ງການພັດທະນາ. ທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຟ້າມບິງມິງ ໄດ້ຕີລາຄາສູງບັນດາຄູ່ຮ່ວມມືພັດທະນາ, ໃນນັ້ນມີອາເມລິກາ ຊື່ງໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວອັນແທດຈິງເພື່ອເພີ່ມທະວີການເຊື່ອມຈອດ ແລະ ການເຊື່ອມໂຍງລະຫວ່າງບັນດາປະເທດແມ່ຂອງ. ທ່ານລັດຖະມົນຕີການຕ່າງປະເທດຟ້າມບິງມິງ ເນັ້ນໜັກວ່າ ຫວຽດນາມ ເວົ້າສະເພາະ ແລະ ເຂດລຸ່ມແມ່ນ້ຳຂອງເວົ້າລວມຈະຖືກຜົນສະທ້ອນຢ່າງຮ້າຍແຮງຕໍ່ໜ້າໄພນ້ຳຖືກບົກແຫ້ງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາສິ່ງທ້າທາຍອື່ນໆ. ສະນັ້ນ, ປະເທດຕ່າງໆທີ່ກ່ຽວຂ້ອງຕ້ອງປະຕິບັດບັນດາຫຼັກການກົດໝາຍສາກົນ ແລະ ສັນຍາແມ່ຂອງປີ 1995 ເພື່ອແນໃສ່ຮັບປະກັນການນຳໃຊ້ແຫຼ່ງນ້ຳແບບຍືນຍົງ, ຍຸດຕິທຳ. ບັນດາປະເທດກໍ່ຊົມເຊີຍ ແລະ ໃຫ້ຄຳໝັ້ນສັນຍາຈະຕັ້ງໜ້າຜັນຂະຫຍາຍສອງໂຄງການກ່ຽວກັບການຄຸ້ມຄອງແຫຼ່ງນ້ຳໃຕ້ດິນ ແລະ ຄຸ້ມຄອງແຫຼ່ງນ້ຳໃນລະດູແລ້ງຢູ່ເຂດລຸ່ມແມ່ນ້ຳຂອງໂດຍຫວຽດນາມ ສະເໜີເມື່ອປີ 2012.