ທ່ານນາງ ຝ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ |
(vovworld)- ວັນທີ 29/7, ຕອບສຳພາດນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລີຍາຂອງຫວຽດນາມຕໍ່ໜ້າບົດລາຍງານຂອງກະຊວງການຕ່າງປະເທດອາເມລິກາປີ 2015 ກ່ຽວກັບສະພາບການຄ້າມະນຸດໃນໂລກ, ທ່ານນາງ ຝ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມຊີ້ແຈ້ງວ່າ :
“ບົດລາຍງານຂອງກະຊວງການຕ່າງປະເທດອາເມລິກາປີ 2015 ກ່ຽວກັບສະພາບການຄ້າມະນຸດໃນໂລກ ໄດ້ມີຂໍ້ສັງເກດບໍ່ພາວະວິໄສ, ບໍ່ສ່ອງແສງໄດ້ເຖິງຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງຫວຽດນາມໃນການຕໍ່ສູ້, ປ້ອງກັນ ແລະ ຕ້ານອາດຊະຍາກຳຄ້າມະນຸດໄລຍະຍະທີ່ຜ່ານມາ, ຂ້າພະເຈົ້າຢືນຢັນວ່າ ລັດຖະບານຫວຽດນາມມີຄວາມເອົາໃຈໃສ່ທີ່ສຸດ ແລະ ໄດ້ມີບັນດາມາດຕະການລົງໂທດຢ່າງລະອຽດ, ເດັດດຽວຕໍ່ສູ້ ແລະ ສະກັດກັ້ນການຄ້າມະນຸດ. ຄວາມມານະພະຍາຍາມເຫຼົ່ານີ້ຂອງຫວຽດນາມໄດ້ຮັບການຮັບຮູ້ຈາກຫຼາຍປະເທດ ແລະ ອົງການຈັດຕັ້ງ, ໃນນັ້ນມີທັງອາເມລິກາ ”