(vovworld)- ງານມະຫາກຳດົນຕີພື້ນເມືອງບັນດາປະເທດອາຊຽນ-ປີ 2015 ຈະຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ. ນີ້ແມ່ນການເຄື່ອນໄຫວວັດທະນະທຳສິລະປະນອນໃນລາຍການປີທ່ອງທ່ຽວແຫ່ງຊາດ 2015 ດ້ວຍຫົວຂໍ້ “ເຊືື່ອມຈອດບັນດາມໍລະດົກໂລກ” ເພື່ອໂຄສະນາຄຸນຄ່າມໍລະດົກວັດທະນະທຳຂອງຫວຽດນາມ. ນີ້ແມ່ນການເຄື່ອນໄຫວໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂ່ຳນັບຮັບຕ້ອນການສ້າງປະຊາຄົມ ອາຊຽນ ໃນທ້າຍປີ 2015 ແລະ ກໍແມ່ນວັນບຸນດົນດີເພື່ອໃຫ້ບັນດານັກສິລະປິນບັນດາປະເທດພົບປະ, ແລກປ່ຽນບົດຮຽນໃນຂົງເຂດສິລະປະ, ຮັບເອົາສິ່ງຍອດຢ້ຽມດົນຕີພື້ນເມືອງໃນປະຊາຄົມບັນດາປະເທດອາຊຽນ. ຄາດວ່າ ງານມະຫາກຳດັ່ງກ່າວຈະດຳເນີນໄປແຕ່ວັນທີ 1-6/8/2015 ຢູ່ ນະຄອນ ແທງຮວາ ໂດຍມີການເຂົ້າຮ່ວມຂອງ 12 ກອງສິລະປະ ຂຶ້ນກັບບັນດາປະເທດອາຊຽນ, ບັນດາປະເທດຄູ່ຮ່ວມມືຂອງອາຊຽນ ແລະ ກອງສິລະປະພື້ນເມືອງຂອງຫວຽດນາມ.