ພາບປະກອບ:internet
|
(vovworld)-ວັນທີ 21/10, ຢູ່ ຮ່າໂນ້ຍ, ອົງການຄຸ້ມຄອງCITESຫວຽດນາມ(ສົນທິສັນຍາກ່ຽວກັບການຄ້າຂາຍສັດປ່າ,ພືດ) ແລະ ກະຊວງການຕ່າງປະເທດອາເມລິກາ ຈັດຕັ້ງ “ກອງປະຊຸມສຳມະນາ APEC ກ່ຽວກັບການຫລຸດຜ່ອນຄວາມຕ້ອງການຊົມໃຊ້ສັດປ່າຢ່າງຜິດກົດໝາຍ” ເພື່ອແບ່ງປັນບົດຮຽນ, ຖ່າຍທອດຄວາມຮູ້, ບົດຮຽນ, ສະເຫນີບັນດາມາດຕະການລະອຽດ, ມຸ່ງໄປເຖິງການສ້າງ ແລະ ປະຕິບັດແຜນດຳເນີນງານເພື່ອຮັກສາ ແລະ ພັດທະນາການຮ່ວມມືແບບຍືນຍົງຢ່າງມີປະສິດທິຜົນໃນແຜນການຫລຸດຜ່ອນຄວາມຕ້ອງການຊົມໃຊ້ສັດປ່າ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນບາຫງາຍ, ຮອງຫົວຫນ້າກົມໃຫຍ່ປ່າໄມ້ ໄດ້ເນັ້ນຫນັກວ່າ: ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງວຽກງານປະຕິບັດກົດໝາຍ ແລະ ໂຄສະນາເພື່ອຫລຸດຜ່ອນຄວາມຕ້ອງການຊົມໃຊ້ສັດປ່າຢ່າງຜິດກົດໝາຍ. ເດືອນ 2/2014, ນາຍົກລັດຖະມົນຕີຫວຽດນາມ ໄດ້ປະກາດໃຊ້ຄຳສັ່ງພິເສດເພື່ອຊີ້ນຳໃຫ້ບັນດາກະຊວງ, ຂະແຫນງການຕ່າງໆຕ້ອງປະຕິບັດທຸກມາດຕະການຮີບດ່ວນເພື່ອແກ້ໄຂສະພາບການດັ່ງກ່າວ.