(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງແບບທາງໄກກ່ຽວກັບ ການກະທຳເພື່ອດິນຟ້າອາກາດ ດ້ວຍຖານະເປັນການນຳປະເທດນຳໜ້າໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືກ່ຽວກັບການຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຂັ້ນສູງແບບທາງໄກ |
ຕອນຄ່ຳວັນທີ 23 ເມສາຕາມເວລາຮ່າໂນ້ຍ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງແບບທາງໄກກ່ຽວກັບ ການກະທຳເພື່ອດິນຟ້າອາກາດ ດ້ວຍຖານະເປັນການນຳປະເທດນຳໜ້າໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືກ່ຽວກັບການຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ.
ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ທຸກປະເທດຕ້ອງສາມັກຄີກັນ ຮ່ວມມືກັນ, ຍົກສູງລັດທິຫຼາຍຝ່າຍ, ຮັບປະກັນຄວາມສະເໝີພາບ, ຍຸຕິທຳ ແລະ ຮ່ວມແຮງຮ່ວມໃຈພ້ອມກັນມີການກະທຳ ຕໍ່ບັນດາກົນໄກຮ່ວມມືຢ່າງລະອຽດ, ແທ້ຈິງ, ມີຄວາມເປັນໄປໄດ້, ລຸລ່ວງ, ປົດປ່ອຍບັນດາແຫຼ່ງກຳລັງໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຖືວ່າການຫັນເປັນສີຂຽວແມ່ນທ່າອ່ຽງທີ່ຕ້ອງເປັນໄປ, ແມ່ນການຄັດເລືອກຍຸດທະສາດ, ກຳລັງໜູນບຸກທະລຸ ແລະ ບຸລິມະສິດແຖວໜ້າ, ຖືມະນຸດເປັນໃຈກາງ, ເພື່ອຊຸກຍູ້ການພັດທະນາໂດຍໄວ ແລະ ຍືນຍົງໃນໄລຍະຈະມາເຖິງ, ເດັດດ່ຽວບໍ່ເສຍສະຫຼະການປົກປັກຮັກສາສິ່ງແວດລ້ອມເພື່ອແລກເອົາການເຕີບໂຕເສດຖະກິດຢ່າງດຽວ.
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເຖິງວ່າແມ່ນປະເທດພວມພັດທະນາ, ພື້ນຖານເສດຖະກິດພວມມີການຜັນປ່ຽນ, ແຫຼ່ງກຳລັງມີຂໍ້ຈຳກັດ, ແຕ່ຫວຽດນາມ ກໍ່ບັນລຸໄດ້ບາງໝາກຜົນທີ່ຕັ້ງໜ້າໃນເບື້ອງຕົ້ນ, ຄືແມ່ນປະເທດນຳໜ້າໃນການສະໜອງພະລັງງານທົດແທນ ຢູ່ ອາຊຽນ, ແມ່ນແບບຢ່າງທີ່ດີ ໂດຍສາກົນຕີລາຄາສູງກ່ຽວກັບການຊຸກຍູ້ກະສິກຳສີຂຽວແບບຍືນຍົງ, ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງບັນດາກົນໄກຫຼາຍຝ່າຍເກືອບທັງໝົດ ແລະ ມີຂໍ້ລິເລີ່ມໃຫຍ່ກ່ຽວກັບການເຕີບໂຕສີຂຽວ, ການຫັນປ່ຽນພະລັງງານ.