ຫວຽດນາມແລະອີຢິບຊຸກຍູ້ການຮ່ວມມືໃນຂົງເຂດກະຈາຍສຽງ

ຫວຽດນາມແລະອີຢິບຊຸກຍູ້ການຮ່ວມມືໃນຂົງເຂດກະຈາຍສຽງ - ảnh 1
ທ່ານ ຫງວຽນ​ເທ໋​ກີ​້ ມອບ​ຂອງ​ຂວັນ​ໃຫ້​ທ່ານ​ນາງ Nadia Mabrouk

(vovworld) – ​ ​​​​ວັນ​ທີ 4/12, ຢູ່​ນະ​ຄອນຫຼວງ ກາຍ​ໂຣ, ປະ​ເທດ ອີ​ຢິບ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ວິ​ທະ​ຍຸກ​ະ​ຈາຍ​ສຽງ ຫວຽດ​ນາມ (VOV) ໂດຍ ທ່ານ ຫງວຽນ​ເທ໋​ກີີ້, ກຳ​ມະ​ກ​ານ​ສູນ​ກາງ​ພັກ, ຜູ້​ອຳ​ນວຍ​ການ​ໃຫຍ່ VOV ເປັນ​ຫົວ​ໜ້າ​ຄະ​ນະ, ມີ​ການ​ເຮັດ​ວຽກ​ກັບ​ທ່ານນາງ Nadia Mabrouk, ປະ​ທານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ອີ​ຢິບ, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງວິ​ທະ​ຍ​ຸ​ກະ​ຈາຍ​ສຽງ 2 ປະ​ເທດ. ທ່ານ ຫງວຽນ​ເທ໋ກີ້ ໄດ້​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ VOV ກັບ ວິ​ທະ​ຍຸ​ກະ​ຈາຍ​ສຽງແຫ່ງ​ຊາດ ອີ​ຢິບ, ຜ່ານນັ້ນ ໄດ້​ປະ​ກອບ​ສ່ວນ​ຊຸ​ກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ເຊັນ: ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ… ກ່ຽວ​ກັບ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ໃນ​ຂົງ​ເຂດກະ​ຈາຍ​ສຽງ, ທ່ານ ຫງວຽນ​ເທ໋ກີ້ ສະ​ເໜີ​ໃຫ້ 2 ອົງ​ການ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ລະ​ບ​ຽບ​ການ​ສຸດ​ທ້າຍ​ເພື່ອ​ສາ​ມາດ​ມຸ່ງ​ໄປ​ເຖິງ​ການ​ເຊັນ​ສັນ​ຍາ​ໃນ​ໄລ​ຍະ​ເວ​ລາ​ໄວ​ທີ່​ສຸດ. ຕາມ​ຂໍ​້​ຕົກ​ລົງ​ແລ້ວ, 2 ຝ່າຍ​ຈະ​ແລກ​ປ່ຽນ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ເພື່ອ​ແນ​ໃສ່​ແນະ​ນຳ ແລະ ໂຄ​ສະ​ນາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ເທ​ດ​ຊາດ ແລະ ປະ​ຊາ​ຊົນ 2 ປະ​ເທດ, ຜ່ານນັ້ນ, ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ອີ​ຢິບ, ປະ​ກອບ​ສ່ວ​ນ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ​ໃນ​ທ​ຸກ​ຂົງ​ເຂດ. 2 ຝ່າຍ​ເປັນ​ເອ​ກະ​ພາບ​ຈະ​ແລກ​ປ່ຽນ​ຄະ​ນະ​ນັກ​ຂ່າວ​ປະ​ຕິ​ບັດ​ການ​ຜະ​ລິດ​ລາຍ​ການ​​ກະ​ຈາຍ​ສຽງຮ່ວມ​ເພື່ອ​ແນ​ະ​ນຳ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ປະ​ເທດ​ຂອງ​ກັນ.

        ຜູ້​ອຳ​ນວຍ​ການ​ໃຫຍ່ VOV ຫງວຽນ​ເທ໋ກີ້ ແລະ ປະ​ທານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ອີ​ຢິບ Nadia Mabrouk ກໍ່​ເປັນ​ເອ​ກະ​ພາບ​ກັນ​ໂດຍຖ​ື​ວ່າ: ຫວຽດ​ນາມ ແລະ ອີ​ຢິບ ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ເພື່ອ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ… ດັ່ງ​ນັ້ນ, ການ​ຮ່ວມ​ມື​ລະ​ຫວ່າງ ວິ​ທະ​ຍຸ 2 ປະ​ເທດ ຈະ​ປະ​ກອບ​ສ່ວນ​ຊຸ​ກ​ຍູ້​ການ​ພົວ​ພັນ​ທີ່​ເປັນ​ມູ​ນ​ເຊື້ອ​ລະ​ຫວ່​າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ