![ຫວຽດນາມໃກ້ຈະສຳເລັດFTAກັບພັນທະມິດພາສີລັດເຊຍ-ເບລາຣຸດ-ກາຢັກສະຖານ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_04_03/dam phan_copy.jpg)
ພາບປະກອບ
|
(vovworld) - ວັນທີ 4/4, ຢູ່ ກາຢັກສະຖານ ໄດ້ດຳເນີນວາລະອັດການເຈລະຈາສັນຍາການຄ້າເສລີ FTA ຮອບທີ 5 ລະຫວ່າງຫວຽດນາມ ກັບພັນທະມິດພາສີ ລັດເຊຍ- ເບລາຣຸດ- ກາຢັກສະຖານ. ຮອບເຈລະຈາທີ 5 ນີ້ ແມ່ນສຳເລັດບັນດາບັນຫາກ່ຽວກັບເອກະສານ ແລະ ບັນຫາເຕັກນິກຕົ້ນຕໍຂອງສັນຍາ. ໃນຊຸມມື້ຜ່ານມາ, 10 ກຸ່ມເຈລະຈາ ໄດ້ສືບຕໍ່ພິຈາລະນາບັນດາບັນຫາກ່ຽວກັບພາສີ, ຄ້າຂາຍສິນຄ້າ, ອາລັກຂາການຄ້າ, ການບໍລິການ ແລະ ການລົງທຶນ, ການຊື້ຊັບສິນຂອງລັດຖະບານ, ເຕັກໂນໂລຊີເອເລັກໂຕນິກໃນການຄ້າ, ຂໍ້ກຳນົດກ່ຽວກັບຕົ້ນກຳເນີດສິນຄ້າ ແລະ ອື່ນໆ. ຕີລາຄາບັນດາຄວາມສະດວກ ເມື່ອຫວຽດນາມ ແລະ ບັນດາຝ່າຍລົງນາມໃນສັນຍາການຄ້າເສລີ (FTA), ທ່ານ ດັ້ງຮ່ວາງຫາຍ, ຫົວຫນ້າຄະນະເຈລະຈາຂັ້ນເຕັກນິກ ຝ່າຍຫວຽດນາມ ໃຫ້ຮູ້ວ່າ: “ຄວາມສະດວກທີ່ຈະແຈ້ງທີ່ສຸດ ນັ້ນແມ່ນສິນຄ້າຂອງສອງຝ່າຍຈະຫລຸດຜ່ອນພາສີເປັນຈຳນວນຫລາຍ. ມີສິນຄ້າຫລາຍປະເພດຂຶ້ນກັບຜົນປະໂຫຍດຂອງສອງຝ່າຍຈະຖືກຈັດວາງອັດຕາພາສີ 0% ແລະ ຍັງມີຫລາຍມາດຕະການສ້າງຄວາມສະດວກໃຫ້ແກ່ການພັດທະນາການຄ້າອີກ. ກ່ຽວກັບສິ່ງທ້າທາຍ, ສັນຍາການຄ້າເສລີສະບັບໃດກໍປະສົບກັບຄວາມຫຍຸ້ງຍາກໃດຫນຶ່ງ. ນັ້ນແມ່ນ ເມື່ອລົບລ້າງຮົ້ວຂີດຂວາງດ້ານພາສີ ຈະກໍ່ກຳລັງ ແກ້ງແຍ້ງຕື່ມອີກໃຫ້ແກ່ບັນດາວິສາຫະກິດ. ເຖິງຢ່າງໃດກໍຕາມ, ສັນຍາການຄ້ານີ້ ສິ່ງທ້າທາຍຈະບໍ່ຫລາຍ.”