ຫວຽດນາມໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມພ້ອມກັບບັນດາປະເທດນຳມາເຊິ່ງການປ່ຽນແປງຢ່າງຕັ້ງໜ້າໃຫ້ແກ່ເດັກນ້ອຍໃນການປະທະກັນດ້ວຍອາວຸດ

(VOVWORLD) -ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາ ແລະ ບຳລຸງສ້າງອາຊີບ, ພິເສດແມ່ນສຳລັບເດັກນ້ອຍໃນວິວັດການເຊື່ອມຕົວຄືນໃໝ່

ຫວຽດນາມໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມພ້ອມກັບບັນດາປະເທດນຳມາເຊິ່ງການປ່ຽນແປງຢ່າງຕັ້ງໜ້າໃຫ້ແກ່ເດັກນ້ອຍໃນການປະທະກັນດ້ວຍອາວຸດ - ảnh 1 ທ່ານດັ້ງດິ່ງກຸຍ, ເອກອັກຄະລັດຖະທູດຫວຽດນາມ

(ພາບ: TTXVN)

ວັນທີ 23 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລືປະຈຳປີຜ່ານທາງອອນລາຍ ດ້ວຍຫົວຂໍ້ວ່າ “ເດັກນ້ອຍ ແລະ ການປະທະກັນດ້ວຍອາວຸດ” ເພື່ອແນໃສ່ຕີລາຄາສະພາບການ ແລະ ລະດັບການລະເມີດຕໍ່ເດັກນ້ອຍໃນຫຼາຍປີຜ່ານມາ, ບັນດາສິ່ງທ້າທາຍທີ່ໄດ້ວາງອອກໃນສະພາບການເກີດໂລກລະບາດໂຄວິດ-19 ແລະ ສະເໜີມາດຕະການແກ້ໄຂ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸຍ, ເອກອັກຄະລັດຖະທູດຫວຽດນາມ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນວ່າ, ການສະກັດກັ້ນການປະທະກັນດ້ວຍອາວຸດ ແມ່ນມາດຕະການແບບຍືນຍົງ, ແຕ່ປະຊາຄົມສາກົນກໍ່ຄວນຜັນຂະຫຍາຍບັນດາມາດຕະການ, ການກະທຳລະອຽດຢ່າງທັນທີ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຂອງການປະທະກັນສຳລັບເດັກນ້ອຍ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາ ແລະ ບຳລຸງສ້າງອາຊີບ, ພິເສດແມ່ນສຳລັບເດັກນ້ອຍໃນວິວັດການເຊື່ອມຕົວຄືນໃໝ່, ຊ່ວຍໃຫ້ພວກນ້ອງເປີດກາລະໂອກາດສ້າງຊີວິດຄືນໃໝ່.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 23 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍ່ໄດ້ຈັດກອງປະຊຸມອອນລາຍກ່ຽວກັບສະພາບການຢູ່ ຊູດັງໃຕ້ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ປະເທດນີ້ (UNMISS). ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງອຳນາດການປົກຄອງຂ້າມຜ່ານໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ແບ່ງປັນຄວາມຫຍຸ້ງຍາກໃນການປະຕິບັດຂໍ້ຕົກລົງສັນຕິພາບ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ທ່ານ ດັ້ງດິ່ງກຸຍ ໄດ້ຢືນຢັນຄືນໃໝ່ການສະໜັບສະໜູນຂອງຫວຽດນາມ ສຳລັບ UNMISS, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບບັນດາຄວາມມານະພະຍາຍາມຂອງໂຮງໝກາງສະໜາມລະດັບ 2 ຂອງຫວຽດນາມ ຢູ່ Bentiu.

ຕອບກັບ

ຂ່າວ/ບົດ​ອື່ນ