ຫວຽດນາມໃຫ້ຄຳໝັ້ນສັນຍາສູ້ຊົນເພື່ອຈຸດໝາຍລວມກ່ຽວກັບການຫລຸດຜ່ອນອາວຸດ

ຫວຽດນາມໃຫ້ຄຳໝັ້ນສັນຍາສູ້ຊົນເພື່ອຈຸດໝາຍລວມກ່ຽວກັບການຫລຸດຜ່ອນອາວຸດ - ảnh 1
ທ່ານນາງ ຫງວຽນ​ເຟືອງ​ງາ
ພາບ:baophapluat

(vovworld)-  ​ແຕ່​ວັນ​ທີ 8-16/10, ຢູ່ ສຳ​ນັກ​ງານ​ຂອງ ສ​ປ​ຊ ໄດ້​ດຳ​ເນີນ​ວາ​ລະ​ປຶກ​ສາ​ຫາ​ລື​ຮ່ວມ​ຂອງ ຄະ​ນະ​ກຳ​ມະ​ການ​ຫລຸດ​ຜ່ອນ​ອາ​ວຸດ ແລະ ຄວາມ​ສະ​ຫງົບ​ປອດ​ໄພ​ສາ​ກົນ ໃນ​ຂອບ​ເຂດ​ສະ​ໄຫມ​ປະ​ຊຸມ​ຄັ້ງ​ທີ 70 ຂອງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານນາງ ຫງວຽນ​ເຟືອງ​ງາ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຊີ້​ແຈ້ງວ່າ: ຫລັກ​ໝັ້ນ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ສະ​ຫນັບ​ສະ​ຫນູນ ການ​ຫລຸດ​ຜ່ອນ​ອາ​ວຸດ​ຢ່າງ​ຮອບ​ດ້ານ ແລະ ສຸດ​ຂີດ, ຕ້ານ​ການ​ແຜ່​ຂະ​ຫຍາຍ, ເປັ​ນ​ຕົ້ນ​ແມ່ນ ອາ​ວຸດ​ນິວ​ເຄຼຍ ແລະ ອາ​ວຸດ​ລ້າງ​ຜານ. ທ່ານ​ນາງ ຫງວຽນ​ເຟື​ອງ​ງາ ເນັ້ນ​ຫນັກ​ວ່າ: ບົດ​ບາດ​ສຳ​ຄັນ​ຂອງ​ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຂອງ ກົດ​ບັດ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ, ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສູ້​ຊົນ​ເພື່ອ​ຈຸດ​ໝາຍ​ລ​ວມ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ອາ​ວຸດ, ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ​ແລະ​ ປະ​ຕິ​ບັດ​ບັນ​ດາ​ພັນ​ທະ​ກ່ຽວ​ຂ້ອງ​ຢ່າງ​ເຂັ້ມ​ງວດ.

 

ຂ່າວ/ບົດ​ອື່ນ