ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືໃນຂົງເຂດການພິມຈຳໜ່າຍ

(VOVWORLD) -ບົດບັນທຶກການຮ່ວມມືສະບັບນີ້ ແມ່ນພື້ນຖານດ້ານນິຕິກຳທີ່ໝັ້ນຄົງ ເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມື

ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືໃນຂົງເຂດການພິມຈຳໜ່າຍ - ảnh 1ພິທີລົງນາມໃນບົດບັນທຶກຮ່ວມມືໃນຂົງເຂດພິມຈຳໜ່າຍລະຫວ່າງກົມພິມຈຳໜ່າຍ, ການພິມ ແລະ ການຈຳໜ່າຍຫວຽດນາມ ແລະ ສະຖາບັນປື້ມອ່ານກູບາ

(ພາບ: Minh Quyet/TTXVN)

ຕອນບ່າຍວັນທີ 08 ພຶດສະພາ, ຢູ່ຮ່າໂນ້ຍ, ກົມພິມຈຳໜ່າຍ, ການພິມ ແລະ ການຈຳໜ່າຍ (ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ), ສະຖາບັນປື້ມອ່ານກູບາ ( ກະຊວງວັດທະນະທຳກູບາ) ໄດ້ລົງນາມໃນບົດບັນທຶກຮ່ວມມືໃນຂົງເຂດພິມຈຳໜ່າຍ. ທ່ານ ຮ່ວາງຫວິງບ໊າວ ຮອງລັດຖະມົນຕີກະຊວງຖະແໜງຂ່າວ ແລະ ສື່ສານຫວຽດນາມ ພ້ອມດ້ວຍທ່ານ Juan Carlos Santana Molina ຮອງປະທານສະຖາບັນປື້ມກູບາ ໄດ້ຮ່ວມເປັນສັກຂີພິຍານໃນພິທີລົງນາມ.

        ບົດບັນທຶກການຮ່ວມມືສະບັບນີ້ ແມ່ນພື້ນຖານດ້ານນິຕິກຳທີ່ໝັ້ນຄົງ ເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມື; ພ້ອມທັງຢັ້ງຢືນວ່າ ສອງຝ່າຍຄວນສືບຕໍ່ມານະພະຍາຍາມກວ່າອີກ ເພື່ອຫັນບັນດາການເຄື່ອນໄຫວຮ່ວມມືໃຫ້ເປັນລະອຽດ. ປີ 2019, ສະຖາບັນປື້ມອ່ານກູບາ ຈະສ້າງເງື່ອນໄຂ ເພື່ອໃຫ້ກົມພິມຈຳໜ່າຍ, ການພິມ ແລະ ການຈຳໜ່າຍ ຕາງໜ້າໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມເຂົ້າຮ່ວມງານຕະຫຼາດນັດປື້ມອ່ານກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ