ຫວຽດນາມ ຄັດຄ້ານເລື່ອງຈີນ ຈັດການຊ່ວງເຮືອໃບ ໄປເຂດໝູ່ເກາະ Hoang Sa

ຫວຽດນາມ ຄັດຄ້ານເລື່ອງຈີນ ຈັດການຊ່ວງເຮືອໃບ ໄປເຂດໝູ່ເກາະ Hoang Sa - ảnh 1
ພາບປະກອບ

( vovworld ) ຕໍ່ໜ້າ​ເລື່ອງ​ວັນ​ທີ 30/3, ອຳ​ນາ​ດການ​ປົກຄອງ​ແຂວງ​ໄຮ່​ໜານ ປະ​ເທດ​ຈີນ ຍັງ​ສືບ​ຕໍ່​ຈັດການ​ຊ່ວຍ​ເຮື​ອ​ໃບໄປ​ເຂດ​ໝູ່​ເກາະ Hoang Sa ນັ້ນ, ທ່ານ Luong Thanh Nghi ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຊີ້​ແຈ້ງວ່າ:  “​ເລື່ອງ​ຈີນ ຈັດການ​ຊ່ວງເຮືອ​ໃບໄປ​ເຂດ​ໝູ່​ເກາະ Hoang Sa ຂອງ​ຫວຽດນາມ ​ແມ່ນ​​ໄດ້ລະ​ເມີດອະທິປະ​ໄຕ​ຂອງ​ຫວຽດນາມ​ ຢ່າງ​ຮ້າຍ​ແຮງ, ​ໄປ​ຝືນ​ກັບ​ຄຳໝັ້ນສັນຍາ​ຂອງ​ຈີນ​ ເອງ ​ທີ່​ວ່າບໍ່​ມີ​ການ​ກະທຳ​ເພື່ອ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ. ຫວຽດນາມ ​ເດັດ​ດຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ໃຫ້​ຝ່າຍ ຈີນ ຈົ່ງ​ຢຸດ​ຕິ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໂດຍ​ທັນທີ, ຕ້ອງ​ເຄົາລົບຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຕໍ່​ຂອງ​ຝ່າຍ​ຕ່າ​ງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ​ (DOC), ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ແທດ​ຈິງ

 

ຂ່າວ/ບົດ​ອື່ນ