ຫວຽດນາມ ຈະສ້າງ ສູນເຕັກໂນໂລຊີ ຂໍ້ມູນຂ່າວສານ Bangalore

 ຫວຽດນາມ ຈະສ້າງ ສູນເຕັກໂນໂລຊີ ຂໍ້ມູນຂ່າວສານ Bangalore - ảnh 1

ທ່າ​ນຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ແລະ ຜູ້​ວ່າການ​ລັດ Karnataka

(ພາບ: canthotv.vn)

( vovworld ) ​​ໂດຍ​ເລີ່​ມຕົ້ນການ​ຢ້ຽມຢາມ​ປະ​ເທດ​ສາທາລະນະ​ລັດ​ອິນ​ເດຍ ຢ່າງ​ເປັນ​ທາງ​ການ, ວັນ​ທີ 26/3, ຢູ່​ນະຄອນ Bangalore, ທ່າ​ນຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​ຫວຽດນາມ ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ Bhardwaj ຜູ້​ວ່າການ​ລັດ Karnataka. ທີ່​ການ​ຕ້ອນຮັບ, ທ່າ​ນຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ໃຫ້​ຮູ້​ວ່າ ຈະ​ມອບ​ໝາຍໜ້າ​ທີ່​ໃຫ້​ມະຫາວິທະຍາ​ໄລເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ອັນ​ດັບ​ໜື່ງຂອງ​ຫວຽດນາມ ກະກຽມ​ການ​ດຳ​ເນີນ​ສ້າງຕັ້ງສູນ​ບຳລຸງ​ສ້າງເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ທີ່​​ໃສ່ຊື່​ຂອງ​ນະຄອນເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານທີ່​ມີ​ຊື່​ສຽງ Bangalore. ຜູ້​ວ່າການ​ລັດ Karnataka ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນຢ່າງ​ສູງ ຕໍ່​ບັນດາ​ຂໍ້​ສະ​ເໜີ​ຮ່ວມ​ມື​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ຂົງ​ເຂດເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ ​ແລະ ທ່ານ​ໃຫ້​ຮູ້​ວ່າ ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ແລະ ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ຢູ່ Karnataka ລົງທຶນ​ເຂົ້າຫວຽດນາມ ​ໃນ​ບັນດາ​ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ​​ຢູ່​ຫວຽດນາມ. ພ້ອມ​ກັນນັ້ນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ ​ແລະ ສະ​ຖາ​ບັນ​ຄົ້ນຄ້ວາ​ຢູ່ Karnataka ກັບ​ບັນດາມະຫາວິທະຍາ​ໄລ ​ແລະ ສະ​ຖາ​ບັນ​ຄົ້ນຄ້ວາ​ຢູ່ຫວຽດນາມ. ​ໃນ​ວັນ​ດຽວ​ກັນ,​ ທ່າ​ນຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan  ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ລັດຖະບານ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສູນ​ຄົ້ນຄ້ວາ​ກາງຫາວ​ອິນ​ເດຍ; ​ໄປ​ຢ້ຽມຢາມ​ສະ​ຖາ​ບັນ​ຄຸມ​ຄອງ​ບໍລິຫານ​ລັດ Karnataka.

 

 

ຂ່າວ/ບົດ​ອື່ນ