ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ ສ​ປ​ຊ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ແຜ່​ຂະ​ຫາຍ​ອາ​ວຸດ​ນິວ​ເຄຼຍ​

(VOVWORLD) -  3 ສຳຄ້ຳຂອງສົນທິສັນຍາ ບໍ່ແຜ່ຈະຫຍາຍອາວຸດນິວເຄຼຍ (NPT). ນັ້ນແມ່ນ: ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ, ປົດອາວຸດ ແລະ ນຳໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. 
ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ ສ​ປ​ຊ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ແຜ່​ຂະ​ຫາຍ​ອາ​ວຸດ​ນິວ​ເຄຼຍ​ - ảnh 1 ທ່ານເອກອັກຄະລັດຖະທູດ ເລຖາຍຮວ່າງ ແລະ ທ່ານນາງ Rebecca Jovin, ຫົວໜ້າຫ້ອງການ ສປຊ ເພື່ອປົດອາວຸດ (ພາບ: nhandan.vn)

ເມື່ອແລກປ່ຽນກັບທ່ານນາງ Rebecca Jovin, ຫົວໜ້າຫ້ອງການ ສປຊ ເພື່ອປົດອາວຸດ (UNODA) ປະຈຳ ວຽນ, ໂອຕາລິດ ໃນວັນທີ 07 ສິງຫາ, ທ່ານເອກອັກຄະລັດຖະທູດ ເລຖາຍຮວ່າງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນຢູ່ ວຽນ, ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ສ້າງຄວາມເຫັນດີເຫັນພ້ອມ ແລະ ຮັບປະກັນການສຳຜັດດ້ວຍ 3 ສຳຄ້ຳຂອງສົນທິສັນຍາ ບໍ່ແຜ່ຈະຫຍາຍອາວຸດນິວເຄຼຍ (NPT). ນັ້ນແມ່ນ: ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ, ປົດອາວຸດ ແລະ ນຳໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. ທ່ານເອກອັກຄະລັດຖະທູດ ກໍສະເໜີເນື້ອໃນການຮ່ວມມືລະອຽດກັບຫ້ອງການ UNODA ປະຈຳ ວຽນ ໃນວິວັດການກະກຽມໃຫ້ແກ່ກອງປະຊຸມສຳຫຼວດ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຄັ້ງທີ 11 (NPT RevCon 11) ຄາດວ່າ ຈະດຳເນີນໃນເດືອນ ເມສາ - ພຶດສະພາ 2026 ທີ່ ນິວຢອກ (ອາເມລິກາ).

        ຕາງໜ້າໃຫ້ຫ້ອງການ UNODA, ທ່ານນາງ Rebecca Jovin ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຈະດຳລົງບົດບາດປະທານ, ນຳພາກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ. ຫ້ອງການ UNODA ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາວາລະປຶກສາຫາລືໃນພາກພື້ນ, ໜູນຊ່ວຍບັນດາກິດຈະກຳຂອງທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ຢ່າງສຸດຂີດ ເມື່ອມາເຮັດວຽກຢູ່ ວຽນ ແລະ ໃນຕະຫຼອດໄລຍະຮັບດຳລົງບົດບາດປະທານກອງປະຊຸມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ