ພາບປະກອບ: internet
|
(vovworld) - ພິທີສະເຫລີມສະຫລອງວັນແຫ່ງອຸຕຸນິຍົມໂລກ (23/3) ໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຈັດຕັ້ງຂຶ້ນໃນວັນທີ 22/3 ຢູ່ ຮ່າໂນ້ຍ. ຫົວຂໍ້ຂອງວັນດັ່ງກ່າວໂດຍອົງການອຸຕຸນິຍົມໂລກເລືອກເຟັ້ນແມ່ນ: “ເພີ່ມທະວີກຳລັງແຮງໃຫ້ແກ່ອະນາຄົດ ດ້ວຍຂໍ້ມູນຂ່າວກ່ຽວກັບພະຍາກອນອາກາດ, ດິນຟ້າອາກາດ ແລະ ນ້ຳ.” ກ່າວຄຳເຫັນນະພີທີ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ Nguyen Hong Ha ຊີ້ແຈງວ່າ:
“ໃນສານສະບັບຫນຶ່ງເນື່ອງໃນໂອກາດວັນແຫ່ງອຸຕຸນິຍົມໂລກ 2012, ອົງການອຸຕຸນິຍົມໂລກ ເນັ້ນຫນັກວ່າ: ການບັນເທົາຄວາມສ່ຽງຈາກໄພທຳມະຊາດ ແມ່ນຫນ້າທີ່ບຸລິມະສິດຕົ້ນຕໍ. ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນ, ລັດຖະບານບັນດາປະເທດຈ່ົງສືບຕໍ່ພ້ອມກັບຫວຽດນາມເປີດກວ້າງການຮ່ວມມືສາກົນໃນບັນດາຂົງເຂດປ່ຽນແປງດິນຟ້າອາກາດ ແລະ ອຸຕຸນິຍົມອຸທົກກະສາດ, ສືບຕໍ່ຫນູນຊ່ວຍຫວຽດນາມຫັນວຽກງານພະຍາກອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດເປັນທັນສະໄຫມ. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສຳເລັດຫນ້າທີ່ ແລະ ຄວາມຮັບຜິດຊອບຢ່າງຄົບຖ້ວນ ດ້ວຍຖານະເປັນສະມາຊິກຂອງ ອົງການອຸຕຸນິຍົມໂລກ .”