( vovworld ) – ຕອນເຊົ້າວັນທີ 8/5, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ, ສະຫະພັນໃຫຍ່ແຮງງານຫວຽດນາມ, ຄະນະກຳມະການປະຊາຊົນແຂວງ Quang Ninh ແລະ ອົງການສະຫະປະຊາຊາດປະຈຳຫວຽດນາມ ໄດ້ສົມທົບກັນຈັດຕັ້ງການປະຊຸມຂ່າວເພື່ອອອກແຈ້ງການກ່ຽວກັບບັນດາເຫດການຕອບສະໜອງວັນສິ່ງແວດລ້ອມສາກົນ 5/6 ແລະ ປີສາກົນກ່ຽວກັບພະລັງງານໝັ້ນຄົງ 2012. ວັນສິ່ງແວດລ້ອມສາກົນ 5/6/2012 ມີຫົວຂໍ້ວ່າ “ ເສດຖະກິດຂຽວ, ມີບົດບາດຂອງເພື່ອນ ” ໄດ້ສ່ອງແສງຢ່າງກວ້າງຂວາງກ່ຽວກັບເສດຖະກິດຂຽວ ແມ່ນບາດກ້າວເດີນຕໍ່ໄປເພື່ອມຸ່ງໄປສູ່ສະຕະວັດທີ 21 ໝັ້ນຄົງ, ດ້ວຍອັດຕາ cacbon ໃນຊັ້ນອາກາດຕໍ່າ ແລະ ບັນດາແຫຼ່ງຊັບພະຍາກອນເຊື້ອໄຟຖືກນຳໃຊ້ຢ່າງມີປະສິດທິພົນ.
ບັນດາການເຄື່ອນໄຫວສະໜອງວັນສິ່ງແວດລ້ອມສາກົນ ແລະ ປີສາກົນກ່ຽວກັບພະລັງງານໝັ້ນຄົງ 2012 ຈະຈັດຂຶ້ນໃນວັນທີ 4 – 5/6/2012.ຢູ່ນະຄອນ Ha Long, ແຂວງ Quang Ninh. ຈຸດສຸມແມ່ນງານໂຮມຊຸມນຸມມິດຕິງລະດັບຊາດຕອບສະໜອງວັນສິ່ງແວດລ້ອມສາກົນໃນຕອນເຊົ້າວັນທີ 5/6. ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ Bui Cach Tuyen ໃຫ້ຮູ້ວ່າ.
“ ຫວຽດນາມ ແມ່ນປະເທດໄດ້ສຳພັດກັບພື້ນຖານເສດຖະກິດຂຽວ ດ້ວຍບັນດາລາຍການຢ່າງລະອຽດ. ສິ່ງດັ່ງກ່າວໄດ້ຢືນຢັນຄວາມຕັດສິນໃຈຂອງລັດຖະບານໃນການປະຕິບັດຈຸດໝາຍສ້າງພື້ນຖານເສດຖະກິດຄືນໃໝ່ໃນການພັດທະນາແບບຍືນຍົງ, ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຍຸດທະສາດພັດທະນາເສດຖະກິດສັງຄົມຂອງຫວຽດນາມໄລຍະ 2011 – 2020 ໄດ້ຊີ້ໃຫ້ເຫັນວ່າ ຮອດປີ 2020, ບັນດາຮາກຖານຜະລິດດຳເນີນທຸລະກິດຊິ່ງຫາກໍ່ສ້າງຕັ້ງຂຶ້ນນັ້ນ ຕ້ອງນຳໃຊ້ເຕັກໂນໂລຊີສະອາດ, ຮັກສາສິ່ງແວດລ້ອມ ຫຼື ປະກອບບັນດາພາຫະນະເຄື່ອງຈັກຫຼຸດຜ່ອນການກໍມົນລະພິດຕໍສິ່ງແວດລ້ອມ, ກຳຈັດທາດເສດເຫຼືອ. ຍຸດທະສາດໄດ້ເນັ້ນໜັກວ່າ ການພັດທະນາເສດຖະກິດຕ້ອງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ພັດທະນາເສດຖະກິດຂຽວ. ສິ່ງແວດລ້ອມໄດ້ກຳນົດວ່າແມ່ນໜື່ງໃນ 3 ເສົາຄ້ຳຂອງການພັດທະນານັ້ນແມ່ນ ເສດຖະກິດ - ສັງຄົມ - ສິ່ງແວດລ້ອມ ”.