ຫວຽດ​ນາມ - ນອກ​ແວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) -  ວັນທີ 10 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ (ຮ່າໂນ້ຍ), ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Åsmund Aukrust ລັດຖະມົນຕີຮັບຜິດຊອບການພັດທະນາສາກົນ ກະຊວງການຕ່າງປະເທດ ນອກແວ.
ຫວຽດ​ນາມ - ນອກ​ແວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 1ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Åsmund Aukrust ລັດຖະມົນຕີຮັບຜິດຊອບການພັດທະນາສາກົນ ກະຊວງການຕ່າງປະເທດ ນອກແວ (ພາບ: qdnd.vn)

ທີ່ການຕ້ອນຮັບ, ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ  ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການລົງທຶນ - ການຄ້າ, ກະສິກຳ, ການພັດທະນາອາຊີບການປະມົງແບບຍືນຍົງ, ເຕັກໂນໂລຢີສູງ, ປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ການເຕີບໂຕສີຂຽວ. ພ້ອມດຽວກັນນັ້ນ, ກໍ່ໄດ້ເນັ້ນໜັກວ່າ ສອງຝ່າຍຕ້ອງສືບຕໍ່ຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອ, ເຊັ່ນ: ການສຶກສາ - ບຳລຸງສ້າງ, ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດ, ເພີ່ມທະວີລະບອບລະບຽບການ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ພັດທະນາເສດຖະກິດ - ສັງຄົມ.

        ສ່ວນທ່ານລັດຖະມົນຕີ Åsmund Aukrust ຢັ້ງຢືນວ່າ ນອກແວ ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດດ້ານການຄ້າ, ສິນໃນນ້ຳສິນທະເລແບບຍືນຍົງ, ພະລັງງານສີຂຽວ, ເສດຖະກິດທະເລ, ການຫັນເປັນສີຂຽວ ແລະ ພັດທະນາພື້ນຖານເສດຖະກິດໝູນວຽນ.

        ສອງຝ່າຍກໍເຫັນດີເປັນເອກະພາບຊຸກຍູ້ການເຈລະຈາ ແລະ ລົງເຊັນສົນທິສັນຍາການຄ້າເສລີ (FTA) ລະຫວ່າງບັນດາປະເທດສະມາຊິກກຸ່ມ EFTA (ລວມມີບັນດາປະເທດ ນອກແວ, ສະວິດ, ອຽກລັງ ແລະ ເລັກເຕນສະເຕນ) ກັບ ຫວຽດນາມ ເພື່ອແນໃສ່ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຄົມວິສາຫະກິດ ແລະ ປະຊາຊົນສອງຝ່າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ