ຫວຽດນາມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການຮັບປະກັນສິດທິມະນຸດ

ຫວຽດນາມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການຮັບປະກັນສິດທິມະນຸດ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ທ່ານ ເລືອ​ງ​ແທງ​ຫງີ້)

(vovworld) - ວັນ​ທີ 03 ສິງຫາ 2013, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ສະພາ​ຕໍ່າ​ອາ​ເມ​ລິ​ກາ ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ຫວຽດນາມປີ 2013 (H.R.1897) ​ໃນວັນ​ທີ 01 ສິງຫາ 2013, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ທ່ານ ເລືອ​ງ​ແທງ​ຫງີ້ ຊີ້​ແຈ້ງວ່າ.

        “ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ຫວຽດນາມ ​ແມ່ນ​ຮັບປະກັນ​ສິດທິ​ມະນຸດ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ຫວຽດນາມ ບັນລຸ​ໄດ້ຜົນງານຫຼາຍ​ຢ່າງ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ທຸກ​ຂົງ​ເຂດ​ພົນລະ​ເຮືອນ, ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ຊີວິດ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້​ ​ແລະ ຕີ​ລາຄາ​ສູງຈາກວົງ​ຄະນະ​ຍາດ​ສາກົນ. ສິດ​ທິມະນຸດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແມ່ນ​ປັດ​ໃຈ​ສຳຄັນ​ປະກອບສ່ວນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ວິວັດ​ການ​ປ່ຽນ​ໃໝ່​ຢູ່​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ.

ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຍັງ​ຮັກສາ​ກົນ​ໄກ​ເຈລະຈາ​ເປັນ​ປະຈຳ​ກ່ຽວ​ກັບ​ສິດທິ​ມະນຸດ. ​ເຈລະຈາ​ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ສ້າງສັນ ​ແລະ ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຊຸກ​ຍູ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ໃຫ້​ພັດທະນາ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ 2 ປະ​ເທດ”.
ຂ່າວ/ບົດ​ອື່ນ