ຫວຽດ​ນາມ ​ ຢາກ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ພັດ​ທະ​ນາ​ກັບ​ອາ​ເມ​ລິກາຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​

(VOVWORLD) -ຕອນບ່າຍວັນ 5 ກຸມພາ, ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງກະຊວງການເງິນ ອາເມລິກາ ໂດຍທ່ານ Michell Silk, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີກະຊວງການເງິນອາເມລິກາ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຫວຽດ​ນາມ ​ ຢາກ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ພັດ​ທະ​ນາ​ກັບ​ອາ​ເມ​ລິກາຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ - ảnh 1ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ Michell Silk, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີກະຊວງການເງິນອາເມລິກາ (ພາບ: TTXVN)

ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກໄດ້ຢັ້ງຢືນວ່າ ພັກ, ລັດ ຫວຽດນາມຖືເປັນສຳຄັນການພົວພັນກັບອາເມລິກາ, ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳມາເຊິ່ງການເຕີບໂຕ, ວຽກເຮັດງານທຳໃຫ້ແກ່ທັງສອງປະເທດ, ໃນນັ້ນ ຜົນສຳເລັດຂອງການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນ ແມ່ນກຳລັງໜູນຊຸກຍູ້ການພົວພັນລະຫວ່າງສອງປະເທດ.

        ສ່ວນທ່ານ Michell Silk ຢັ້ງຢືນຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມເດີນທາງ, ສົມທົບກັບພັກ, ລັດຖະບານ ຫວຽດນາມ ຢ່າງແໜ້ນແຟ້ນ, ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ