ຫວຽດນາມ ສະໜັບສະໜູນການພົວພັນຄູ່ຮ່ວມມືອາຊຽນ - ຈີນ

ຫວຽດນາມ ສະໜັບສະໜູນການພົວພັນຄູ່ຮ່ວມມືອາຊຽນ - ຈີນ - ảnh 1
ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນຄັ້ງ​ທີ 22
(ພາບ: tgvn.com.vn)


(vovworld) - ​​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນຄັ້ງ​ທີ 22 ​ເຊິ່ງດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 24 – 25/04, ຢູ່​ບຣຸ​ໄນ, ທ່ານ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ຊີ້​ແຈ້ງ​ບັນດາ​ບັນຫາ​ທີ່ຂຶ້ນ​ກັບ​ເນືອ​ໃນ​ໃຫ້​ບຸລິມະສິດ​ລວມຂອງ​ອາ​ຊຽນ, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍຍູ້​ແຮງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ສຳລັບ​ພາກ​ພື້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ອາ​ຊຽນຄວນ​ຊືບຕໍ່​ສາມັກຄີ​ກັນ, ​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ຕັ້ງ​ໜ້າ, ​ເປັນ​ເຈົ້າ​ການ​​ຮັບປະກັນ​ສະພາບ​ແວດ​ລ້ອມ​​ແຫ່ງ​ສັນຕິພາບ, ຄວາມ​ປອດ​ໄພ, ການພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​​ການເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ພວມ​ວາງ​ອອກ​ຢ່າງ​ມີ​ປະສິດທິ​ຜົນ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ອາ​ຊຽນຕ້ອງ​ສາມັກ​ຄີ​ກັນ ​ແລະ ​ເສີມ​ຂະຫຍາຍ​ສຽງ​ເວົ້າ​ລວມ ​ເພື່ອ​ສັນຕິພາບ, ສະຖານ​ລະ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເນັ້ນ​ໜັກ​ເຖິງ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ຕົກລົງ​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ຖະ​ແຫຼ​ງການຫຼັກການ 6 ຂໍ້​​ຂອງ​ອາ​ຊຽນ ກ່ຽວ​ກັບທະ​ເລ​ຕາ​ເວັນ​ອອກ ​ແລະ ຖະ​ແຫຼງການ​ຂັ້ນ​ສູງ​ອາ​ຊຽນ - ຈີນ ສະ​ເຫຼີ​ມສະຫຼອງ 10 ​ປີແຫ່ງ​ການ​ຖະ​ແຫຼ​ງຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC); ​ແກ້​ໄຂ​ການ​ພິດ​ພາດ​ລະຫວ່າງ​ບັນດາ​ຝ່າຍ​ດ້ວຍ​ສັນຕິ​ວິທີ; ​ເຄົາລົບ​ກົດໝາຍ​ສາກົນ, ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ໄວ​ເນື້ອ​ເຊື່ອ​ໃຈ ​ແລະ ສ້າງ​ປະມວນ​ລະບຽບ​ການ​ກ່ຽວ​ກັບ​ການ​ປະພຶດຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ທ່ານ​ນາຍົກລັດຖະມົນຕີ​ກໍ​ຢືນຢັນ​ວ່າ ຫວຽດນາມ ສະໜັບສະໜູນ​ຢ່າງ​ຕັ້ງ​ໜ້າບົດບາດຂອງ​ໄທ ​ໃນ​ການ​ປະສານ​ການ​ພົວພັນ​ຮ່ວມ​ມື​ອາ​ຊຽນ - ຈີນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມືລະຫວ່າງ​ອາ​ຊຽນ - ຈີນ, 2 ຝ່າຍ​ຄວນ​ຍູ້​ແຮງ​ວິວັດ​ການ​ແລກປ່ຽນ​ເພື່ອ​ສ້າງ COC ​ໂດຍ​ໄວ.
ຕອນບ່າຍວັນທີ 25/4, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ  ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງອອກຈາກ ບຣູໄນ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 22, ເຊິ່ງຈັດຂຶ້ນຢູ່ ບຣູໄນ ໃນວັນທີ 24  ແລະ 25/4.

ຂ່າວ/ບົດ​ອື່ນ