ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ
ສິງກະໂປ Lim Hng Kiang
(ພາບ: vietnamplus.vn)
(vovworld) - ໃນລະຫວ່າງວັນທີ 04 – 05/07, ມີເຈົ້າໜ້າທີ່ລັດຖະບານ, ນັກຮຽນຮູ້, ນັກປາຖະກະຖາປະມານ 200 ທ່ານ ທີ່ມາຈາກບັນດາປະເທດສະມາຊິກອາຊຽນ ແລະ ບາງປະເທດອື່ນ, ໄດ້ເຂົ້າຮ່ວມກອງປະຊຸມແກ່ງແຍ້ງຄັ້ງທີ 3 ເຊິ່ງຖືກຈັດຂຶ້ນຢູ່ສິງກະໂປ. ຄະນະຜູ້ແທນຫວຽດນາມ, ໂດຍທ່ານ ຫົວໜ້າກົມຄຸ້ມຄອງການແກ່ງແຍ້ງ (ກະຊວງອຸດສາຫະກຳການຄ້າຫວຽດນາມ) ແບກວັນໝຶ່ງ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມ. ດ້ວຍຫົວຂໍ້ວ່າ “ມຸ່ງໄປເຖິງການເຊື່ອມໂຍງເຂົ້າກັບພາກພື້ນກ່ຽວກັບກົດໝາຍ ແລະ ນະໂຍບາຍແກ່ງແຍ້ງ”, ກອງປະຊຸມມີວາລະທາບທາມ 4 ຄັ້ງ ແລະ ກອງປະຊຸມສຳມະນາ 2 ຄັ້ງ ເພື່ອປຶກສາຫາລືກ່ຽວກັບຜົນປະໂຫຍດ, ວິທີການສຳພັດ ແລະ ສິ່ງທ້າທາຍຂອງວິວັດການເຊື່ອມໂຍງໃນພາກພື້ນກ່ຽວກັບກົດໝາຍ ແລະ ນະໂຍບາຍແກ່ງແຍ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ Lim Hng Kiang ຢືນຢັນວ່າ ກົນໄກແກ່ງແຍ້ງຢ່າງແຂງແຮງ ຈະຊ່ວຍຊຸກຍູ້ການຜະລິດ ແລະ ຄວາມສາມາດແກ່ງແຍ້ງຂອງບັນດາຕະຫຼາດໃນພາກພື້ນ. ທ່ານຮຽກຮ້ອງໃຫ້ບັນດາປະເທດອາຊຽນ “ສ້າງກົດໝາຍວ່າດ້ວຍການແກ່ງແຍ້ງຂອງແຕ່ລະປະເທດສະມາຊິກຢ່າງກົມກຽວ ແລະ ເໝາະສົມ” ຍ້ອນ “ນີ້ບໍ່ພຽງແຕ່ຊ່ວຍເພີ່ມທະວີການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນພາຍໃນກຸ່ມອາຊຽນ ເທົ່ານັ້ນ, ຫາກຍັງຊ່ວຍປັນປຸງລັກສະນະແກ່ງແຍ້ງຂອງອາຊຽນ ໃນຕະຫຼາດທົ່ວໂລກອີກດ້ວຍ”. ມາຮອດປະຈຸບັນ, ມີ 5 ໃນຈຳນວນ 10 ປະເທດສະມາຊິກອາຊຽນ ໄດ້ປະກາດໃຊ້ກົດໝາຍແກ່ງແຍ້ງ ແລະ ບັນດາປະເທດຍັງເຫຼືອພວມມານະພະຍາຍາມສຳເລັດເລື່ອງປະກາດໃຊ້ເອກະສານກົດໝາຍນີ້ໃນປີ 2015.