ຫວຽດນາມ ເປັນປະທານຮ່ວມກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອັງກິດ ຄັ້ງທີ 5
(VOVWORLD) - ອາຊຽນ ແມ່ນ “ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງສັນ”, ພ້ອມກັນນັ້ນ ກໍ່ແມ່ນເສົາຄ້ຳຈຸດສຸມໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອັງກິດ.
ທີ່ກອງປະຊຸມ
(ພາບ: baoquocte.vn)
|
ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອັງກິດ ຄັ້ງທີ 5 ໂດຍຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ເປັນປະທານຮ່ວມກັບຄະນະຜູ້ຕາງໜ້າ ອັງກິດ ຢູ່ ອາຊຽນ ປະຈຳ ຈາກາກຕາ (ອິນໂດເນເຊຍ) ໄດ້ດຳເນີນໃນວັນທີ 04 ມີນາ. ກອງປະຊຸມແມ່ນໂອກາດເພື່ອໃຫ້ ອາຊຽນ ແລະ ອັງກິດ ສະຫຼຸບໝາກຜົນການຮ່ວມມືໃນໄລຍະ 5 ປີຜ່ານມາ, ກຳນົດທິດທາງຊຸກຍູ້ການຮ່ວມມືໃນໄລຍະຕໍ່ໄປ.
ທີ່ກອງປະຊຸມ, ທ່ານນາງ Helen Fazey, ເອກອັກຄະລັດຖະທູດ ອັງກິດ ປະຈຳ ອາຊຽນ ຢືນຢັນວ່າ ອາຊຽນ ແມ່ນ “ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງສັນ”, ພ້ອມກັນນັ້ນ ກໍ່ແມ່ນເສົາຄ້ຳຈຸດສຸມໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອັງກິດ. ອັງກິດ ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແມ່ນພື້ນຖານຂອງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ໃຫ້ຄຳໝັ້ນສັນຍາປັບປຸງການພົວພັນຢ່າງຍາວນານ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມຸ່ງໄປເຖິງເລື່ອງນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ແກ່ທັງໝົດ 11 ປະເທດສະມາຊິກ.
ສ່ວນທ່ານຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ຢືນຢັນວ່າ ຫວຽດນາມ ຈະສົມທົບກັບບັນດາປະເທດ ອາຊຽນ ຊຸກຍູ້ການປະຕິບັດສຳເລັດບັນດາເປົ້າໝາຍໃນປີສະເຫຼີມສະຫຼອງ 5 ປີແຫ່ງການພົວພັນ, ໃນນັ້ນມີເລື່ອງສ້າງແຜນການກະທຳ ອາຊຽນ - ອັງກິດ ໃນໄລຍະໃໝ່ (2027 – 2031) ຢ່າງແທດຈິງ ແລະ ສ້າງຖະແຫຼງການຮ່ວມ ອາຊຽນ - ອັງກິດ ກ່ຽວກັບການຮ່ວມມືໃນຂອບເຂດວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ສົມບູນແບບ.