(vovworld) - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຈະນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ແລະ ກອງປະຊຸມນັດສາມັນຄັ້ງທີ 25 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ຢູ່ເຊີແນວ ໃນລະຫວ່າງວັນທີ 03 – 04/03. ນີ້ເປັນຄັ້ງທຳອິດທີ່ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງສະພາສິດທິມະນຸດ ພາຍຫຼັງໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາ ເມື່ອເດືອນ 11/2013 ດ້ວຍບັດສະໜັບສະໜູນສຸງກວ່າໝູ່. ກອງປະຊຸມຈະດຶງດູດບັນດາການນຳຂອງກວ່າ 80 ປະເທດ ແລະ ອົງການຈັດຕັ້ງສາກົນໃນສະພາບທີ່ສິດຂອງມະນຸດໄດ້ຮັບຄວາມເອົາໃຈໃສ່ຈາກບັນດາປະເທດ ແລະ ຫາງສຽງສາກົນ.
ຄາດວ່າ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຈະກ່າວປາໄສທີ່ກອງປະຊຸມຄັ້ງນີ້, ໃນນັ້ນເນັ້ນໜັກເຖິງບັນດານະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການຮັບປະກັນ ແລະ ຊຸກຍູ້ສິດຂອງມະນຸດ, ຄວາມຕັດສິນໃຈຂອງຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ວາງອອກຢ່າງເຂັ້ມງວດ.
ທ່ານຮອງນາຍົກລັດຖະມົນຕີກໍ່ຍົກອອກບັນດາບຸລິມະສິດເຊິ່ງສະພາສິດທິມະນຸດ ຕ້ອງຜັນຂະຫຍາຍ ພ້ອມທັງແບ່ງປັນບັນດາບຸລິມະສິດກ່ຽວກັບສິດຂອງມະນຸດຢູ່ຫວຽດນາມ ໃນໄລຍະຈະມາເຖິງ.
ທັດສະນະຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເຊີດຊູການຮ່ວມມື, ການເຈລະຈາທີ່ມີລັກສະນະສ້າງສັນໃນສະພາສິດທິມະນຸດ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມີການປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານລວມຂອງສະພາສິດທິມະນຸດສະຫະປະຊາຊາດ.