ຫວຽດນາມ ເພີ່ມທະວີການຮ່ວມມືກັບ UNDP, WHO ໃນການປັບປຸງຄຸນນະພາບອາກາດ
(VOVWORLD) - ທີ່ການຕ້ອນຮັບ, ຜູ້ຕາງໜ້າ UNDP ແລະ WHO ໃຫ້ຮູ້ວ່າ ສອງຝ່າຍພວມສຸມໃສ່ໜູນຊ່ວຍ ຫວຽດນາມ ໃນ 5 ຂົງເຂດຫຼັກທີ່ກ່ຽວຂ້ອງເຖິງການມົນລະພິດອາກາດ, ລວມມີ: ສ້າງນະໂຍບາຍ ແລະ ຂອບນິຕິກຳໃຫ້ສົມບູນ, ສ້າງລະບົບສັງເກດ ແລະ ແຈ້ງເຕືອນໂດຍໄວ; ຄົ້ນຄ້ວາ ແລະ ກວດນັບການປ່ອຍອາຍພິດ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດ.
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ຢູ່ ຫວຽດນາມ, ແລະ ທ່ານນາງ Angela Pratt ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ຢູ່ຫວຽດນາມ (ພາບ: VGP) |
ຕອນເຊົ້າວັນທີ 11 ມີນາ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ຢູ່ ຫວຽດນາມ, ແລະ ທ່ານນາງ Angela Pratt ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ຢູ່ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມມືໃນການປັບປຸງຄຸນນະພາບອາກາດ.
ທີ່ການຕ້ອນຮັບ, ຜູ້ຕາງໜ້າ UNDP ແລະ WHO ໃຫ້ຮູ້ວ່າ ສອງຝ່າຍພວມສຸມໃສ່ໜູນຊ່ວຍ ຫວຽດນາມ ໃນ 5 ຂົງເຂດຫຼັກທີ່ກ່ຽວຂ້ອງເຖິງການມົນລະພິດອາກາດ, ລວມມີ: ສ້າງນະໂຍບາຍ ແລະ ຂອບນິຕິກຳໃຫ້ສົມບູນ, ສ້າງລະບົບສັງເກດ ແລະ ແຈ້ງເຕືອນໂດຍໄວ; ຄົ້ນຄ້ວາ ແລະ ກວດນັບການປ່ອຍອາຍພິດ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດ. ທ່ານນາງ Ramla Khalidi ຢັ້ງຢືນວ່າ ເຖິງວ່າແຫຼ່ງກຳລັງໃນປັດຈຸບັນຍັງຈຳກັດ ຍ້ອນສະພາບການທົ່ວໂລກມີການຜັນແປຫຼາຍຢ່າງ, ແຕ່ UNDP ຍັງມານະພະຍາຍາມລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງທີ່ມີຢູ່ແລ້ວ ເພື່ອແນໃສ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມປັບປຸງຄຸນນະພາບອາກາດຢູ່ ຫວຽດນາມ ຢ່າງແທດຈິງ.
ໂດຍຕີລາຄາສູງບັນດາການໜູນຊ່ວຍຂອງ UNDP ແລະ WHO, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ UNDP ແລະ WHO ຢ່າງແໜ້ນແຟ້ນ, ພ້ອມກັນແລກປ່ຽນ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືໃໝ່ເພື່ອແນໃສ່ຍົກສູງປະສິດທິຜົນຂອງການຮ່ວມມືໃນໄລຍະຈະມາເຖິງ.