(vovworld) - ໃນການໄປປະຕິບັດງານຢູ່ອີຢີບ, ວັນທີ 26/06, ຄະນະຄົ້ນຄວ້າຕະຫຼາດ ແລະ ສົ່ງເສີມການຄ້າຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເລເຢືອງກວາງ ນຳໜ້າ ໄດ້ມີການເຮັດວຽກກັບລັດຖະມົນຕີການຄ້າອີຢີບ. ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີ ເລເຢືອງກວາງ ຖືວ່າ 2 ຝ່າຍຕ້ອງຕັ້ງໜ້າກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 5 ຂອງຄະນະກຳມາທິການລະຫວ່າງລັດຖະບານ 2 ປະເທດ ແລະ ມີບັນດາການເຄື່ອນໄຫວອັນແທດຈິງເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ. ທ່ານຮອງລັດຖະມົນຕີ ເລເຢືອງກວາງ ຢືນຢັນວ່າ ຫວຽດນາມ ກຽມພ້ອມການແບ່ງປັນບົດຮຽນກ່ຽວກັບບັນດາຂົງເຂດເຊິ່ງອີຢີບ ຕ້ອງການ. ຖັດຈາກການຢ້ຽມຢາມອີຢີບ, ຄະນະຜູ້ແທນຈະເຮັດວຽກກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຊູດານ ຄື: ການຄ້າ, ການລົງທຶນ, ອຸດສາຫະກຳ, ບໍ່ແຮ່ ແລະ ນ້ຳມັນອາຍແກັດ ເພື່ອຊອກຮູ້ກົນໄກນະໂຍບາຍ, ຂໍ້ມູນຕະຫຼາດ, ຂະແໜງສິນຄ້າ ແລະ ພົບປະໂດຍກົງກັບບັນດາວິສາຫະກິດຂອງປະເທດນີ້ໃນ 2 – 3 ມື້ຈະມາເຖິງ.
ກ່ອນໜ້ານັ້ນ, ຄະນະຄົ້ນຄວ້າຕະຫຼາດ ແລະ ສົ່ງເສີມການຄ້າຫວຽດນາມ ໄດ້ໄປອິດສຣາແອນແຕ່ວັນທີ 22 – 25/06 ແລະ ເຮັດວຽກກັບບັນດາກະຊວງເສດຖະກິດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຈັດຕັ້ງການປຶກສາຫາລືວິສາຫະກິດລະຫວ່າງ 2 ປະເທດ ດ້ວຍການສົມທົບກັນຂອງສະຫະພັນບັນດາຫ້ອງການການຄ້າອິດສຣາແອນ.