(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics
ທີ່ການຕ້ອນຮັບ
(ພາບ: TTXVN)
|
ຕອນບ່າຍວັນທີ 03 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Ioannis Plakiotakis, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ເກຼັກ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 28 ກຸມພາ - 05 ມີນາ 2026.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics, ຕໍ່ກຳປັ່ນ, ພະລັງງານຜະລິດຄືນໃໝ່, ກະສິກຳ, ການທ່ອງທ່ຽວ, ຄົ້ນຄວ້າຊຸກຍູ້ເລື່ອງເປີດສາຍການບິນໂດຍກົງ, ສ້າງຄວາມສະດວກໃຫ້ປະຊາຄົມວິສາຫະກິດ 2 ປະເທດຮ່ວມມືຢ່າງຍາວນານ, ສືບຕໍ່ສະໜັບສະໜູນ, ຂົນຂວາຍບັນດາປະເທດ ເອີລົບ (ອີຢູ) ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ…
ສ່ວນທ່ານ Ioannis Plakiotakis, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ເກຼັກ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນຂອງ ເກຼັກ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາວ່າ ອີຢູ ຈະຍົກເລີກບັດເຫຼືອງ IUU ໃຫ້ແກ່ ຫວຽດນາມ ໂດຍໄວ.