ຫວຽດນາມ ແລະແມັກຊີໂກ ແລກປ່ຽນບົດຮຽນໃນຂົງເຂດຖະແຫຼງຂ່າວໃຫ້ຕ່າງປະເທດ

(VOVWORLD) -ໃນລະຫວ່າງວັນທີ 18 – 21 ເມສາ, ຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດສູນກາງ ໂດຍທ່ານຮອງຫົວໜ້າຄະນະປະຈຳ ຟ້າມວັນລິງ ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແມັກຊີໂກ ເພື່ອແລກປ່ຽນບົດຮຽນໃນຂົງເຂດຖະແຫຼງຂ່າວໃຫ້ຕ່າງປະເທດ.

ຫວຽດນາມ ແລະແມັກຊີໂກ ແລກປ່ຽນບົດຮຽນໃນຂົງເຂດຖະແຫຼງຂ່າວໃຫ້ຕ່າງປະເທດ - ảnh 1 ບັນຍາກາດຂອງການແລກປ່ຽນບົດຮຽນໃນຂົງເຂດຖະແຫຼງຂ່າວໃຫ້ຕ່າງປະເທດລະຫວ່າງຫວຽດນາມ ແລະແມັກຊີໂກ

(ພາບ: TTXVN)

ການເຮັດວຽກກັບທ່ານ  Alejandro Ramos Esquivel ຜູ້ອຳນວຍການໃຫຍ່ສຳນັກຂ່າວສານແຫ່ງຊາດແມັກຊີໂກ ( Notimex), ທ່ານຟ້າມວັນລິງ ໄດ້ຕີລາຄາສູງບົດບາດຂອງ Notimex ໃນເລື່ອງໂຄສະນາຮູບພາບ, ນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມເຖິງປະຊາຊົນແມັກຊີໂກ ແລະພາກພື້ນອາເມລິກາລາຕີນ. ທ່ານຟ້າມວັນລິງ ຍົກສູງການຮ່ວມມືຢ່າງມີປະສິດທິຜົນຂອງ  Notimex ກັບສຳນັກຂ່າວສານຫວຽດນາມໃນຊຸມປີຜ່ານມາ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ.

        ທ່ານຮອງຫົວໜ້າຄະນະປະຈຳ ຟ້າມວັນລິງ ປາດຖະໜາວ່າ Notimex ຈະເປີດກວ້າງການພົວພັນກັບບັນດາອົງການສື່ມວນຊົນຂອງຫວຽດນາມເພື່ອເພີ່ມການໂຄສະນາກ່ຽວກັບສອງປະເທດໃນບັນດາຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທໍາ, ການທ່ອງທ່ຽວ ແລະ ສັງຄົມ ໃຫ້ດີກວ່າອີກ.  ສອງຝ່າຍຄວນຊຸກຍູ້ການພົບປະແລກປ່ຽນຄະນະສື່ມວນຊົນ ເພື່ອຍູ້ແຮງການໂຄສະນາກ່ຽວກັບປະເທດຊາດ ແລະ ປະຊາຊົນຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ