ຫວຽດນາມ ແລະ ລາວ ລົງນາມໃນສັນຍາການຄ້າ

  ຫວຽດນາມ ແລະ ລາວ ລົງນາມໃນສັນຍາການຄ້າ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ວູ້​ຮຸຍຮ່​ວາງ ແລະ ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າລາວ ເຂັມ​ມະ​ນີ​ພົນ​ເສ​ນາ ໄດ້​ລົງ​ນາ​ມ​ໃນ​ສັນ​ຍາ​ການ​ຄ້າ​ລະ​ຫວ່າງ​ລັດ​ຖະ​ບານ​ຂອງ 2 ປະ​ເທດ

(vovworld)- ຕອນ​ເຊົ້າ​ວັນ​ທີ 3/3, ຢູ່​ນະ​ຄອນຫຼວງວຽງ​ຈັນ, ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຈາກ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສົມ​ສະ​ຫວາດ​ເລັ່ງ​ສະ​ຫວັດ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ວູ້​ຮຸຍຮ່​ວາງ ແລະ ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າລາວ ເຂັມ​ມະ​ນີ​ພົນ​ເສ​ນາ ໄດ້​ລົງ​ນາ​ມ​ໃນ​ສັນ​ຍາ​ການ​ຄ້າ​ລະ​ຫວ່າງ​ລັດ​ຖະ​ບານ​ຂອງ 2 ປະ​ເທດ. ດ້ວຍ​ສັນ​ຍານີ້, ຫວຽດ​ນາມ ແລະ ລາວ​ຈະ​ລົບ​ລ້າງ​ພາ​ສີ​ອາ​ກອນ​ໃຫ້​ແກ່ກວ່າ 95% ຈຳ​ນວນ​ປະ​ເພດ​ສິນ​ຄ້າ ​ທີ່​ມີ​ຕໍ່​ສິນ​ຄ້າ​ທີ່​ມີ​ຕົ້ນ​ກຳ​ເນີດ​ຈາກ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, 2 ຝ່າຍ​ໝັ້ນໝາຍ​ສືບ​ຕໍ່​ຊຸກ​ຍູ້​ການ​ຫັນ​ເປັນ​ເສ​ລີ​ໃນ​ຂົງ​ເຂດ​ການ​ຄ້າ​ການ​ບໍ​ລິ​ການ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ວູ້​ຮຸຍຮ່​ວາງ ໃຫ້​ຮູ້​ວ່າ :

   “ ສັນ​ຍາຄັ້ງ​ນີ້ ຈະ​ຕອບ​ສະ​ໜອງ​ຕາມ​ການ​ກຳ​ນົດ​ໃນ​ຄຳ​ໝັ້ນ​ສັນ​ຍາ​ການ​ຄ້າ​ລະ​ຫວ່າງ​ລາວ-ຫວຽດ​ນາມ​ກັບ​ປະ​ຊາ​ຄົມ​ໂລກ ໂດຍ​ຜ່ານ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂອບ​ເຂດ​ສັນ​ຍາ​ຂອງ WTO ແລະ ກຸ່ມ​ອາ​ຊຽນ. 2 ປະ​ເທດ​ມີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ 2 ຝ່າຍກໍ​ຄືຫຼາຍ​ຝ່າຍ, ເປັນ​ຕົ້ນແມ່ນ​ໃນ​ສະ​ພາ​ວະ​ທີ່​ປະ​ຊາ​ຄົມ​ອາ​ຊຽນ​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງໃນ​ວັນ​ທີ 31/12/2015 ”

ຂ່າວ/ບົດ​ອື່ນ