ຫົວໂປ່ຂອງຕາລີບານຢູ່ປາກິດສະຖານຖືກດັບສູນຢູ່ອັບການິດສະຖານ

(VOVWORLD) -ວັນທີ 13 ກຸມພາ, ກຳລັງຕາລີບານ ຢູ່ປາກິດສະຖານ (TTP) ຢັ້ງຢືນວ່າ, ຜູ້ບັນຊາການຂັ້ນສູງຂອງກຳລັງດັ່ງກ່າວໄດ້ເສຍຊີວິດຍ້ອນຖືກລູກລະເບີດຢູ່ທາງທິດຕາເວັນອອກອັບການິດສະຖານ.

Sheharyar Mehsud - ຜູ້ບັນຊາການກຸ່ມປະກອບອາວຸດໃນ TTP ຖືກດັບສູນ ພາຍຫຼຼັງຜູ້ບັນຊາການຫຼັກແຫຼ່ງ 2 ຄົນອື່ນຂອງ TTP ກໍ່ຖືກດັບສູນກ່ອນໜ້ານັ້ນໃນການປະທະກັນກັບກຳລັງປ້ອງກັນຄວາມສະຫງົບອັບການິດສະຖານ ເປັນເວລາເກືອບ 2 ອາທິດ.

          ບັນດາການກະທຳດັ່ງກ່າວຖືກດຳເນີນໄປໃນສະພາບທີ່ ອາເມລິກາ ແລະ ກຳລັງຕາລີບານ ຢູ່ອັບການິດສະຖານ - ກຳລັງເຄື່ອນໄຫວສະເພາະກັບ TTP - ພວມຮັບຮູ້ບາດກ້າວຄືບໜ້າດີພໍສົມຄວນໃນບັນດາການເຈລະຈາສັນຕິພາບ ແລະ ນັບມື້ນັບກ້າວເຂົ້າໃກ້ກັບຂໍ້ຕົກລົງຊົ່ວຄາວກ່ຽວກັບການຫຼຸດຜ່ອນການໃຊ້ຄວາມຮຸນແຮງຢູ່ອັບການິດສະຖານ ແລະ ອາເມລິກາ ຈະຢຸດຕິການມີໜ້າດ້ານການທະຫານຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ