ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ສະຫະພັນແມ່ຍິງລາວ

ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ສະຫະພັນແມ່ຍິງລາວ - ảnh 1
ທ່ານນາງ Ha Thi Khiet ແລະ ທ່ານນາງ ສີໄສ ລືເດດມູນສອນ
(ພາບ: Khanh Lan)

(vovworld) – ຕອນ​ບ່າຍ​ວັນ​ທີ 2/5, ຢູ່​ຮ່າ​ໂນ້ຍ, ທ່ານນາງ Ha Thi Khiet, ​ເລຂາ​ສູນ​ກາງ​ພັກ, ຫົວໜ​້າຄະ​ນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ພົບ​ປະ​ແລ​ກປ່ຽນ ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະຫະພັນ​ແມ່ຍິງ ລາວ ​ໂດຍ​ທ່ານ​ນາງ ສີ​​ໄສ ລື​ເດດ​ມູນ​ສອນ, ກຳມະການສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ສະຫະພັນ​ແມ່ຍິງ​ລາວ ນຳ​ໜ້າ​ທີ່ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານ​ນາງ Ha Thi Khiet ສະ​ແດງ​ຄວາມ​ມ່ວນ​ຊື່ນ​ຕໍ່​ບັນ​ດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ສຳຄັນ​ໃນ​ທຸກ​ຂົງ​ເຂດ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ​ລາວ ອ້າຍ​ນ້ອງ​​ບັນລຸ​ໄດ້ ​ແລະ ​ເຊື່ອ​ໝັ້ນ​ວ່າ: ປະ​ເທດ​ລາວ ອ້າຍ​ນ້ອງຈະ​ສືບ​ຕໍ່​ຍາ​ດ​ໄດ້​ຜົນ​ສຳ​ເລັດ​ໃໝ່​ຫຼາຍ​ຢ່າງ, ​ໃຫຍ່​ຫຼວງ​ກ່ວາ​ອີກ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່. ຕີ​ລາຄາ​ສູງ​ໝາກຜົນ​​ແຫ່ງການ​ຮ່ວມ​ມື​ລະຫວ່າງ​ສະຫະພັນ​ແມ່ຍິງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ນາງ Ha Thi Khiet ຫວັງ​ວ່າ: ສະຫະພັນ​ແມ່ຍິງ 2 ປະ​ເທດ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຂໍ້​ລິ​ເລີ່​ມ, ລາຍການ​ເຄື່ອນ​ໄຫວ​ລະອຽດ, ​ແທດ​ຈິງຕື່ມ​ອີກ​ເພື່ອ​ແນ​ໃສ່​ປະຕິບັດ​​ໂຄງການ​ຮ່ວມ​ມື ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ​ໃຫ້ສວຍ​ສົດ​ງົດ​ງາມ​, ໝັ້ນ​ຄົງ​ຂະໜົງ​ແກ່ນ​ຕະຫຼອດ​ໄປ ​ແລະ ​ແຕກ​ດອກ​​ອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ນາງ​ປະທານ​ສະຫະພັນ​ແມ່​ຍິງລາວ ສີ​​ໄສ ລື​ເດດ​ມູນ​ສອນ ຊົມ​ເຊີຍບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງເຊິ່ງປະຊາຊົນຫວຽດນາມ ຍາດ​ມາ​ໄດ້​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ທ່ານ​ນາງ ສີ​​ໄສ ລື​ເດດ​ມູນ​ສອນ ​ໄດ້​ແນະນຳ​ຕໍ່​ທ່ານ​ນາງ Ha Thi Khiet ກ່ຽວ​ກັບ​ໝາ​ກຜົນ​ການ​ຮ່ວມ​ມື​​ໄລ​ຍະ 2007 – 2011 ​ແລະ ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ໄລຍະ 2012 – 2017 ຂອງ​ສະຫະພັນ​ແມ່ຍິງ ຫວຽດນາມ - ລາວ, ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ​ລາວ. ທ່ານ​ນາງ​ປະທານ ສີ​​ໄສ ລື​ເດດ​ມູນ​ສອນ ຢືນຢັນ​ວ່າ: ສະຫະພັນ​ແມ່ຍິງ​ລາວ ສົມທົບ​ຢ່າງ​ແໜ້ນ​ແຟ້ນ ກັບ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ເພື່ອຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2012 – 2017 ຢ່າງ​ມີ​ປະສິ​ດທິຜົນ, ປະກອບສ່ວນ​ປົກ​ປັກ​ຮັກສາ, ​ເພີ່ມ​ພູ​ນຄູນ​ສ້າງ​​ສາຍ​ພົວພັນ​ລາວ​ - ຫວຽດນາມ ​ໃຫ້ສວຍ​ສົດ​ງົດ​ງາມ, ໝັ້ນຄົງ​ຂະໜົງ​ແກ່ນ​ຕະຫຼອດ​ໄປ.

ຂ່າວ/ບົດ​ອື່ນ