ຫົວໜ້າຄະນະເຈລະຈາ ອີຢູ: ຫວຽດນາມ-ສະຖານທີ່ດູດດື່ມຂອງອີຢູ ໃນພາກພື້ນອາຊຽນ

(VOVWORLD) -ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ, ຮອງຫົວໜ້າກົມການຄ້າເອີລົບ ທ່ານນາງ ເຮເລນາ ໂກນິງ ໃຫ້ຮູ້ວ່າ ການລົງນາມໃນສັນຍາສອງສະບັບ ລະຫວ່າງຫວຽດນາມ ແລະອີຢູນັ້ນ ແທ້ຈິງແມ່ນບາດກ້າວເດີນຕໍ່ໄປຂອງວິວັດການ ມຸ່ງໄປເຖິງເລື່ອງສັນຍາມີຜົນສັກສິດ ພາຍຫຼັງທີ່ລັດຖະສະພາເອີລົບຕົກລົງເຫັນດີ
ຫົວໜ້າຄະນະເຈລະຈາ ອີຢູ: ຫວຽດນາມ-ສະຖານທີ່ດູດດື່ມຂອງອີຢູ ໃນພາກພື້ນອາຊຽນ - ảnh 1ເຄື່ອງຕຳແຜ່ນຕັດຫຍິບເພື່ອສົ່ງອອກຂອງຫວຽດນາມ 

ໃນການຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳສະຫະພາບເອີລົບ ໃນວັນທີ 28 ມິຖຸນາ, ກ່ອນທີ່ຈະເດີນທາງມາຫວຽດນາມ ເພື່ອເຂົ້າຮ່ວມພິທີລົງນາມບັນດາສັນຍາການຄ້າເສລີ ແລະອາລັກຂາການລົງທຶນ ກັບຫວຽດນາມ, ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ, ຮອງຫົວໜ້າກົມການຄ້າເອີລົບ ທ່ານນາງ ເຮເລນາ ໂກນິງ ໃຫ້ຮູ້ວ່າ ການລົງນາມໃນສັນຍາສອງສະບັບ ລະຫວ່າງຫວຽດນາມ ແລະອີຢູນັ້ນ ແທ້ຈິງແມ່ນບາດກ້າວເດີນຕໍ່ໄປຂອງວິວັດການ ມຸ່ງໄປເຖິງເລື່ອງສັນຍາມີຜົນສັກສິດ ພາຍຫຼັງທີ່ລັດຖະສະພາເອີລົບຕົກລົງເຫັນດີ. ບັນດາເອກະສານຂອງສັນຍາສອງສະບັບ ຈະໄດ້ຍື່ນສະເໜີຕໍ່ລັດຖະສະພາເອີລົບ ເພື່ອໃຫ້ສັດຕະຍາບັນ. ຂໍ້ຕົກລົງນີ້ ຈະແມ່ນພື້ນຖານເພື່ອສ້າງຫວຽດນາມໃຫ້ເປັນສູນກາງເຊື່ອມຕໍ່ ແລະຂ້າພະເຈົ້າຄິດວ່າ ສິ່ງດັ່ງກ່າວນີ້ແມ່ນສຳຄັນທີ່ສຸດຕໍ່ອາຊຽນ. ທ່ານນາງ ເຮເລນາ ໂກນິງ ໃຫ້ຮູ້ວ່າ ມີບໍລິສັດເອີລົບຫຼາຍແຫ່ງ ໄດ້ຖືຫວຽດນາມແມ່ນສະຖານທີ່ລົງທຶນຕໍ່ໄປ ພາຍຫຼັງສັນຍາມີຜົນສັກສິດ.

ຕອບກັບ

ຂ່າວ/ບົດ​ອື່ນ