ຫົວໜ້າອົງການຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດແມ່ນຂົວຕໍ່ທີ່ມີປະສິດທິຜົນລະຫວ່າງນະຄອນໂຮ່ຈີມິນກັບປະເທດຕ່າງໆ
ທ່ານ ເລຮ່ວາງກວນ
(ພາບປະກອບ)
|
(vovworld) – ຕອນບ່າຍວັນທີ 3/6, ທີ່ສຳນັກງານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໄດ້ໃຫ້ການຕ້ອນຮັບຄະນະຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ອາຍຸການ 2015 – 2018 ກ່ອນທີ່ເດີນທາງໄປປະຕິບັດງານ, ໂດຍທ່ານ ຫງວຽນກວກເກື່ອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດ ຫວຽດນາມ ຄົນໃໝ່ປະຈຳ ຍີ່ປຸ່ນ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານ ເລຮ່ວາງກວນ ປາດຖະໜາວ່າ: ໃນໄລຍະປະຕິບັດງານຢູ່ຕ່າງປະເທດ, ບັນດາເອກອັກຄະລັດຖະທູດຈະໜູນຊ່ວຍນະຄອນ ໂຮ່ຈີມິນ ໃນການເຊື່ອມຕໍ່ນະຄອນກັບສາກົນ, ຊຸກຍູ້ການພົວພັນຕ່າງປະເທດກ້າວເຂົ້າສູ່ລວງເລິກ, ພິເສດແມ່ນກັບບັນດາປະເທດ, ບັນດານະຄອນແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອ, ຄູ່ຮ່ວມມືສຳຄັນກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ.