ຫ້ອງວ່າການປະທານປະເທດປະກາດໃຊ້ກົດໝາຍ ແລະ ມະຕິບາງສະບັບ
ທ່ານ Dao Viet Trung, ຫົວໜ້າຫ້ອງວ່າການປະທານປະເທດ ເປັນປະທານການປະຊຸມຂ່າວ
(ພາບ: TH)
(vovworld)- ຕອນເຊົ້າວັນທີ 16/7, ຫ້ອງວ່າການປະທານປະເທດໄດ້ຈັດການປະຊຸມຂ່າວ ປະກາດຄຳສັ່ງຂອງປະທານປະເທດກ່ຽວກັບກົດໝາຍ ແລະ ກົດໝາຍປັບປຸງ 6 ສະບັບ, ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 13 ໄດ້ຮັບຮອງເອົາ. ບັນດາກົດໝາຍທີ່ໄດ້ຮັບການປະກາດໃຊ້ນັ້ນແມ່ນ: ກົດໝາຍວ່າດ້ວຍແຮງງານສະບັບປັບປຸງ, ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບ, ທັງສອງກົດໝາຍນີ້ລ້ວນແຕ່ມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 1/5/2013 ເປັນຕົ້ນໄປ. ສ່ວນກົດໝາຍທີ່ຍັງເຫຼືອ 4 ສະບັບຄື: ກົດໝາຍວ່າດ້ວຍການສຶກສາຊັ້ນມະຫາວິທະຍາໄລ; ກົດໝາຍວ່າດ້ວຍຄ້ຳປະກັນເງິນຝາກ, ກົດໝາຍວ່າດ້ວຍຕ້ານການຟອກເງິນ ແລະ ກົດໝາຍວ່າດ້ວຍກຳມະບານສະບັບປັບປຸງ ລ້ວນແຕ່ມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 1/1/2013 ເປັນຕົ້ນໄປ. ເມື່ອທຽບໃສ່ກົດໝາຍວ່າດ້ວຍແຮງງານໃນປະຈຸບັນ, ກົດໝາຍວ່າດ້ວຍແຮງງານສະບັບປັບປຸງມີບັນດາຂໍ້ກຳນົດຢ່າງຕັ້ງໜ້າ, ເໝາະສົມກັບຕົວຈິງກ່ຽວກັບອາຍຸພັກກິນເບ້ຍບຳນານ, ລະດັບເງິນເດືອນພື້ນຖານ, ລະບອບພັດຜ່ອນເວລາຄອດລູກ, ເງິນເຮັດວຽກເພີ່ມເວລາ. ແລະ ຈຳນວນຊົ່ວໂມງເຮັດວຽກເພີ່ມຂອງຜູ້ອອກແຮງງານ.
ຕອນບ່າຍວັນຽວກັນ, ຫ້ອງວ່າການປະທານປະເທດກໍ່ໄດ້ປະກາດຄຳສັ່ງຂອງປະທານປະເທດກ່ຽວກັບກົດໝາຍ 7 ສະບັບ ແລະ 2 ມະຕິ, ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 13 ໄດ້ຮັບຮອງເອົາ. ກົດໝາຍ 7 ສະບັບດັ່ງກ່າວລວມມີກົດໝາຍວ່າດ້ວຍລາຄາ, ກົດໝາຍວ່າດ້ວຍການກວດກາຊັນນະສູດ ຍຸດຕິທຳ, ກົດໝາຍວ່າດ້ວຍເຜີຍແຜ່, ສຶກສາດ້ານກົດໝາຍ; ກົດໝາຍວ່າດ້ວຍໂຄສະນາ, ກົດໝາຍວ່າດ້ວຍຊັບພະຍາກອນນ້ຳສະບັບປັງປຸງ, ກົດໝາຍວ່າດ້ວຍທະເລຫວຽດນາມ ເຊິ່ງລ້ວນແຕ່ມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 1/1/2013 ເປັນຕົ້ນໄປ; ແລະ ກົດໝາຍວ່າດ້ວຍປັບໄໝລົງໂທດການລະເມີດບໍລິຫານ ເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 1/7/2013 ເປັນຕົ້ນໄປ. ສ່ວນມະຕິກ່ຽວກັບການປະຕິບັດກົດໝາຍວ່າດ້ວຍປັບໄໝລົງໂທດການລະເມີດບໍລິຫານ ແລະ ມະຕິກ່ຽວກັບການປະກາດໃຊ້ນະໂຍບາຍອາກອນຈຳນວນໜຶ່ງ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ອົງການຈັດຕັ້ງ ແລະ ສ່ວນບຸກຄົນແມ່ນເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 21/6/2012 ເປັນຕົ້ນໄປ.