ພາບປະກອບ
(vovworld) - ວັນທີ 20/8, ຄະນະກຳມະການປະຊາຊົນແຂວງ ກວາງຫງາຍ ໄດ້ມີການເຮັດວຽກກັບ ອົງການ Plan International - ອົງການພັດທະນາມະນຸດສະທຳສາກົນ ເພື່ອແນໃສ່ຕີລາຄາໝາກຜົນການໜູນຊ່ວຍ ແລະ ຜັນຂະຫຍາຍປະຕິບັດບັນດາ, ໂຄງການແຜນຮ່າງໂດຍ Plan International (ຫຼື Plan) ໜູນຊ່ວຍໃນຊຸມປີຜ່ານມາ, ພ້ອມທັງເຊັນບົດບັນທຶກຊ່ວຍຈຳການປະຕິບັດໂຄງການ ແຜນຮ່າງຈະປະຕິບັດໃນໄລຍະ 2013 – 2016. ແຕ່ປີ 2000 – 2009, Plan ໄດ້ໜູນຊ່ວຍແຂວງ ກວາງຫງາຍ 10 ໂຄງການ ດ້ວຍຍອດມູນຄ່າ 160 ຕື້ດົ່ງ. ທີ່ການເຮັດວຽກ, ແຂວງ ກວາງຫງາຍ ໄດ້ຕີລາຄາສູງການໜູນຊ່ວຍຂອງອົງການ Plan ໄດ້ປະກອບສ່ວນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ຍົກສູງຊີວິດທາງດ້ານຈິດໃຈໃຫ້ແກ່ປະຊາຊົນເຂດໂຄງການ. ແຂວງ ກວາງຫງາຍ ປາດຖະໜາໃຫ້ Plan ສືບຕໍ່ໜູນຊ່ວຍທ້ອງຖິ່ນ, ພິເສດແມ່ນບັນດາເຂດພູດອຍ, ເຂດແຄມທະເລ.
ທ່ານ Glenn Gibeny, ຜູ້ອຳນວຍການແຫ່ງຊາດ Plan International ປະຈຳຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, Plan ຈະສືບຕໍ່ໜູນຊ່ວຍແຂວງ ກວາງຫງາຍ ບາງໂຄງການ. ເປົ້າໝາຍໄດ້ຮັບການໜູນຊ່ວຍແມ່ນ ເດັກນ້ອຍ ແລະ ແມ່ຍິງບັນດາຕາແສງປະສົບກັບຄວາມຫຍຸ້ງຍາກ. ຕາມນັ້ນແລ້ວ, ໄລຍະ 2013 – 2016, Plan ຈະໜູນຊ່ວຍໃຫ້ແຂວງ ກວາງຫງາຍ ດ້ວຍຈຳນວນເງິນປະມານ 50 ຕື້ດົ່ງ.