ອົງການໄອຍະການປະຊາຊົນສູງສຸດຜັນຂະຫຍາຍການປະຕິບັດລັດຖະທຳມະນູນ2013
ພາບປະກອບ
(vovworld) – ຕອນເຊົ້າວັນທີ 27/2, ອົງການໄອຍະການປະຊາຊົນສູງສຸດໄດ້ຈັດຕັ້ງກອງປະຊຸມຜ່ານເຄືອຂ່າຍ ອິນເຕີເນັດເພື່ອຜັນຂະຫຍາຍການປະຕິບັດລັດຖະທຳມະນູນປະເທດ ສະທາລະນາລັດ ສັງຄົມນິຍົມ ຫວຽດນາມ. ກອງປະຊຸມດ້ວຍການເຂົ້າຮ່ວມຂອງພະນັກງານ, ລັດຖະກອນທັງໝົດຂອງອົງການໄອຍະການປະຊາຊົນສູງສຸດ ແລະ 63 ອົງການໄອຍະການປະຊາຊົນແຂວງ, ນະຄອນໃນທົ່ວປະເທດ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຮັບຟັງກັບບັນດາຈຸດໃໝ່ໂດຍສັງເຂບຂອງລັດຖະທຳມະນູນ ສ.ສ ຫວຽດນາມ ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 13 ຜ່ານມາ. ບັນດາຄຳເຫັນປະກອບຂອງຜູ້ແທນເຂົ້າຮ່ວມກອງປະຊຸມຢັ້ງຢືນວ່າ: ບັນດາການປັບປຸງຢ່າງຕັ້ງໜ້າຂອງລັດຖະທຳມະນູນໃນຂົງເຂດຕຸລາການເພື່ອຍົກສູງບົດບາດໜ້າທີ່ຂອງຂະແໜງໄອຍະການປະຊາຊົນໃນສະພາບການໃໝ່. ບັນດາຈຸດໃໝ່ນີ້ຄວນໄດ້ຮັບການຜັນຂະຫຍາຍໂຄສະນາ, ເຜີຍແຜ່ເພື່ອແນໃສ່ເຮັດໃຫ້ຄວາມຮັບຜິດຊອບຂອງທົ່ວຂະແໜງໄອຍະການປ່ຽນແປງ ເພື່ອປະຕິບັດການຮັບປະກັນ ແລະ ປົກປ້ອງສິດທິມະນຸດເປັນຢ່າງດີ.
ເພື່ອໃຫ້ລັດຖະທຳມະນູນກ້າວເຂົ້າສູ່ຊີວິດຕົວຈິງ, ຂະແໜງໄອຍະການປະຊາຊົນພວມໂຄສະນາເຜີຍແຜ່ບັນດາຈຸດໃໝ່ຂອງລັດຖະທຳມະນູນໃນທົ່ວຂະແໜງຢ່າງຮີບດ່ວນ, ພ້ອມທັງກວດກາບັນດາຂໍ້ກຳນົດທີ່ກ່ຽວຂ້ອງ ແລະ ຕັ້ງໜ້າສົມທົບກັບບັນດາຂະແໜງການສ້າງເອກະສານແນະນຳການປະຕິບັດ.