ອັດກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ່ 13
ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ສຳເລັດ
ກອງປະຊຸມຕາມແຜນການທີ່ໄດ້ວາງອອກ
(ພາບ:quochoi.com)
|
Vovworld- ພາຍຫຼັງດຳເນີນມາເປັນເວລາ 10 ວັນ, ກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ່ 13ໄດ້ອັດລົງ. ກ່ອນອັດກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຮັບຟັງ ແລະ ໃຫ້ຄຳເຫັນໃສ່ບົດລາຍງານເພີ່ມເຕີມຂອງລັດຖະບານຊຶ່ງຕີລາຄາໝາກຜົນແຫ່ງການປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2011 ແລະ ສະພາບການປະຕິບັດໃນຊຸມເດືອນຕົ້ນປີ 2012. ກຳມາທິການເສດຖະກິດ ສະພາແຫ່ງຊາດຫວຽດນາມສະເໜີລັດຖະບານຄວນລາຍງານຕໍ່ສະພາແຫ່ງຊາດກ່ຽວກັບບັນດາວິທີການເຕີບໂຕພ້ອມກັບບັນດາວິທີແກ້ໄຂປະຕິບັດ, ເພື່ອເປັນເຈົ້າການໃນການບໍລິຫານ, ຕັດສິນນະໂຍບາຍຢ່າງທັນການ, ສອດຄ່ອງກັບການຜັນແປຂອງສະພາບການໃໝ່. ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໃຫ້ຄຳຕັກເຕືອນວ່າ : “ ໃນຈຸດເວລານີ້, ພວກເຮົາຕ້ອງມີວິທີແກ້ໄຂຢ່າງມີໄຫວພິບ, ຕ້ອງເຮັດໃຫ້ເສດຖະກິດບັນລຸລະດັບການເຕີບໂຕທີ່ເໝາະສົມ ແລະໃຫ້ບຸລິມະສິດແກ່ບັນດາຂະແໜງອາຊີບທີ່ສຳຄັນ, ຮັບປະກັນການເຄື່ອນໄຫວສິນເຊື່ອຢ່າງຖືກຕ້ອງເພື່ອຮັກສາການເຕີບໂຕຕິດພັນກັບຊີວິດຕົວຈິງ, ການເຕີບໂຕຕິດພັນກັບການແກ້ໄຂຮັບປະກັນຊີວິດສັງຄົມ. ພະຍາຍາມຄວບຄຸມເງິນເຟີ້ຢູໃນລະດັບ 9%, ການເຕີບໂຕ ຢູ່ໃນລະດັບປະມານ 6%, ຈາກນັ້ນ ຈະສາມາດຮັບປະກັນຊີວິດສັງຄົມໄດ້ ”
ກ່ວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ຊີ້ແຈງວ່າ ພາຍຫຼັງເຮັດວຽກຢ່າງຕັ້ງໜ້າ ແລະ ຣີບເຮັ່ງເປັນເວລາ 10 ວັນ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ສຳເລັດຕາມແຜນການທີ່ໄດ້ວາງອອກ, ຊຶ່ງລວມທັງວຽກງານສ້າງກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ແລະ ກໍໃນກອງປະຊຸມ, ແຜນແມ່ບົດສັງລວມສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕຂອງລັດຖະບານໄດ້ຖືກເລັ່ງໃສ່ປຶກສາຫາລືຈາກບັນດາສະມາຊິກ ຄະນະປະຈຳສະພາແຫ່ງຊາດຫວຽດນາມ.