(vovworld) – ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ຖືກອັດລົງ ຢູ່ ຮ່າໂນ້ຍ, ພາຍຫລັງເຮັດວຽກມາເປັນເວລາກ່ວາ 1 ເດືອນ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ ສະຫລຸບຄືນບັນດາການເຄື່ອນໄຫວທີ່ພົ້ນເດັ່ນຂອງກອງປະຊຸມສະໄໝສະມັນເທື່ອທີ 5. ກ່ອນໜ້ານັ້ນ, ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ບັນດາ ສສຊ ໄດ້ສະຫງວນເວລາເພື່ອປຶກສາຫາລື ກ່ຽວກັບເລື່ອງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2012 ແລະ ໄລຍະ 6 ເດືອນຕົ້ນປີ 2013. ບັນດາ ສສຊ ໄດ້ສະເໜີຫຼາຍມາດຕະການແທດຈິງ ເພື່ອແກ້ໄຂໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກ່າວວ່າ
“ສະພາແຫ່ງຊາດຮຽກຮ້ອງໃຫ້ລັດຖະບານ, ຂະແໜງການ, ຂັ້ນຕ່າງໆ ແລະ ບັນດາທ້ອງຖິ່ນ ໃນຊຸມເດືອນທ້າຍປີ ສຸມໃສ່ຜັນຂະຫຍາຍປະຕິບັດແຜນຮ່າງສັງລວມສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຢ່າງມີປະສິດທິຜົນ, ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນທຸກໆດ້ານ, ແກ້ໄຂຄວາມຫຍຸ້ງຍາກເທື່ອລະກ້າວ, ຊຸກຍູ້ການຜະລິດ - ດຳເນີນທຸລະກິດພັດທະນາ, ຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິກ່ວາ, ຫລຸດຜ່ອນ ໜີເສຍ ແລະ ສິນຄ້າຄ້າງສາງ, ສ້າງວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມ, ສູ້ຊົນສ້າງສຳເລັດບັດດາຈຸດໝາຍ, ຄາດໝາຍຕົ້ນຕໍ່ຂອງແຜນການພັດທະນາເສດຖະກິດ - ສັງຄົມປີ 2013 ເປັນຢ່າງດີ, ເປີດແງ່ຫວັງໃໝ່ປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ 5 ປີ 2011 - 2016”
“ສະພາແຫ່ງຊາດຮຽກຮ້ອງໃຫ້ຄະນະຮຽບຮຽງຮ່າງລັດຖະທຳມະນູນສະບັບປັບປຸງ, ບັນດາອົງການ, ອົງການຈັດຕັ້ງມີຄວາມຮັບຜິດຊອບຄົ້ນຄ້ວາ, ຮັບເອົາຄຳເຫັນຂອງບັນດາ ສສຊ, ສືບຕໍ່ຮັບເອົາຄຳເຫັນປະກອບຈາກປະຊາຊົນຮອດວັນທີ 30/9/2013 ເພື່ອສ້າງສຳເລັດຮ່າງລັດຖະທຳມະນູນສະບັບປັບປຸງ ເພື່ອຍືນສະເໜີ ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 6.”
ພາຍຫຼັງວາລະອັດກອງປະຊຸມ, ໄດ້ດຳເນີນການປະຊຸມຂ່າວພາຍໃນປະເທດ ແລະ ສາກົນ ປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 13.