ອັດງານບຸນກາເຟ ບວນມາທວດ ຄັ້ງທີ 5
ອັດງານບຸນກາເຟ ບວນມາທວດ ຄັ້ງທີ 5
(ພາບອີນເຕີແນັດ)
(vovworld) – ຕອນຄໍ່າວັນທີ 12/03, ງານບຸນກາເຟ ບວນມາທວດ ຄັ້ງທີ 5 ປີ 2015 ຖືກອັດລົງຢູ່ສະໜາມຫຼວງ 10/03, ນະຄອນບວນມາທວດ, ແຂວງດັກລັກ. ກ່າວຄຳເຫັນທີ່ພິທີອັດ, ທ່ານ Y Dham Enuol, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງດັກລັກ ຢືນຢັນວ່າ: ງານບຸນກາເຟ ບວນມາທວດ ຄັ້ງທີ 5 ປີ 2015 ຮັບຜົນສຳເລັດ, ບັນລຸໄດ້ບັນດາຄວາມຮຽກຮ້ອງ, ຄາດໝາຍທີ່ວາງອອກນັ້ນແມ່ນ: ສືບຕໍ່ໂຄສະນາເຄື່ອງໝາຍການຄ້າກາເຟບວນມາທວດ, ກາເຟຫວຽດນາມ ຢ່າງເລິກເຊິ່ງ, ກວ້າງຂວາງ; ເປີດກວ້າງ ແລະ ພັດທະນາບັນດາການເຄື່ອນໄຫວຮ່ວມມື, ແລກປ່ຽນເສດຖະກິດ, ການຄ້າໃນການຜະລິດ, ປຸງແຕ່ງ, ສົ່ງອອກ… ງານບຸນກໍ່ແມ່ນໂອກາດເພື່ອແນະນຳ, ໂຄສະນາວັດທະນະທຳເປັນເອກະລັກສະເພາະຂອງບັນດາເຜົ່າໄຕງວຽນ ເວົ້າລວມ, ດັກລັກ ເວົ້າສະເພາະ, ປະກອບສ່ວນເຮັດໃຫ້ຜະລິດຕະພັນກາເຟຫວຽດນາມ ແລະ ເຄື່ອງໝາຍການຄ້າກາເຟ ບວນມາທວດ ນັບມື້ນັບມີຊື່ສຽງຢູ່ໃນທົ່ວໂລກ.