ອັດວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນປີ2015

ອັດວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນປີ2015 - ảnh 1
(ພາບ​ປະ​ກອບ​ຈາກ baocongthuong.com.vn)

(vovworld) – ​​​​ພາຍຫຼັງ​ດຳ​ເນີນ​ໄປຢ່າງ​ຟົດ​ຟື້ນ​ເປັນ​ເວ​ລາ 4 ວັນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ນັບ​ແສນ​ຄົນ, ຕອນ​ຄ່ຳ​ວັນ​ທີ 29/3, ວັນ​ບຸນ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ ຄັ້ງ​ທີ 11 ປີ 2015 ໂດຍ​ພະ​ແນກ​ທ່ອງ​ທ່ຽວ​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ ​ຈັດ​ຕັ້ງ​ໄດ້​ອັດ​ລົງ. ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ມໍ​ລະ​ດົກ​ໂລກ​ຢູ່​ຫວຽດ​ນາມ” ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ແທງ​ຮ໋​ວາ 2015 - ເຊື່ອມ​ຕໍ່​ບັນ​ດາ​ມໍ​ລະ​ດົກ​ໂລກ”, ວັນ​ບຸນ​ທ່ອງ​ທ່ຽວ​ປີ​ນີ້​ຂອງ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ວາດ​ພາບ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກອົງ​ການ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ການ​ສຶກ​ສາ ສ​ປ​ຊ (UNESCO) ວ່າ​ເປັນ​ມໍ​ລະ​ດົກ​ໂລກ ຜ່ານ​ການ​ອອກ​ແບບ​ຮ້ານ​ວາງ​ສະ​ແດງ, ສ້າງຮູບ​ຈຳ​ລອງ… ທ່ານ ຫງວຽນ​ຮື​ວ​ທໍ້, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ວັນ​ບຸນ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​​ສະ​ຕິຈິນ​ຕະ​ນາ​ການ​ຂອງ​ປະ​ຊາ​ຄົມ​ເວົ້​າ​ລວມ ແລະ ​ການທ່ອງ​ທ່ຽວ​ເວົ້​າ​ສະ​ເພາະ ເພື່ອ​ມີ​ສະ​ຕິ​ຕ້ອງ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ຂອງ​ພວກ​ເຮົາ. ຫົວ​ຂໍ້​ນັ້ນ​ກໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​​ໄດ້ບັນ​ດາ​ມໍ​ລະ​ດົກ​ຂອງ ຫວຽດ​ນາມ ເພື່ອ​ມາ​ຢ້ຽມ​ຢາມ, ບຳ​ລຸງ​ສຸ​ຂະ​ພາບ ແລະ ຮ່ວມ​ມື.”


ຂ່າວ/ບົດ​ອື່ນ