(vovworld) – ກອງທັບອິດສະຣາແອນ ໄດ້ຈັບຕົວສະມາຊິກຂອງຂະບວນການອິດສະລາມ Hamas 80 ຄົນຢູ່ເຂດກາຊາ, ໃນນັ້ນມີບັນດາສະມາຊິກຂອງສະພານິຕິບັດຍັດປາແລດສຕິນ, ເພື່ອແນໃສ່ໂຕ້ຕອບການລອກຈັບຕົວນັກສຶກສາອິດສຣາແອນ ຫວ່າງແລ້ວນີ້. ອິດສະຣາແອນ ສົງໄສວ່າ ນັກສຶກສາ 3 ຄົນຖືກບັນດານັກຮົບ ປາແລດສຕິນ ລອກຈັບຕົວເພື່ອແລກເອົາບັນດານັກໂທດປາແລດສຕິນ ພວມຖືກກັກຂັງຢູ່ບັນດາຄຸກຂອງອິດສຣາແອນ. ໃນຂະນະນັ້ນ, ໂຄສົກອຳນາດການປົກຄອງປາແລດສຕິນ ທ່ານ Adnan Dmeiri ໄດ້ກ່າວປະນາມການກະທຳຂອງ ອິດສະຣາແອນ. ທ່ານ Adnan Dmeiri ໄດ້ຕຳນິຕິຕຽນວ່າ ຍາມໃດອິດສະຣາແອນ ກໍ່ຢາກທຳລາຍບັນດາການພົວພັນກັບປາແລດສຕິນ.